ຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 50 ປີ (The ASEAN Biodiversity Heroes Award on the Occasion of the Celebration of the 50th Anniversary of ASEAN) ຫລື ລາງວັນຜູ້ທີ່ມີຄຸນງາມຄວາມດີ ດ້ານການອະນຸລັກຊີວະນາໆພັນ ອາຊຽນ ໄດ້ຈັດຂຶ້ນເປັນຄັ້ງທຳອິດ ແລະ ເປັນປະຫວັດສາດຂອງອາຊຽນ ເພື່ອເປັນສັນລະເສີນບຸກຄົນທີ່ມີຄຸນງາມຄວາມດີ ໃນການອະນຸລັກຊີວະນາໆພັນອາຊຽນ ແລະ ຈຸດປະສົງໃນຈັດລາງວັນດັ່ງກ່າວນີ້ຂຶ້ນມາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ 50 ປີ ທີ່ ປະເທດຟິລິປິ່ນ ເປັນເຈົ້າພາບ.
ສຳລັບ ການຄັດເລືອກເອົາບຸກຄົນດີເດັ່ນ ທີ່ມີຄຸນງາມຄວາມດີດ້ານການອະນຸລັກຊີວະນາໆພັນນີ້. ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນາມເຈົ້າໜ້າທີ່ອາວຸໂສດ້ານສິ່ງແວດລ້ອມ ໄດ້ຄັດເລືອກ ບຸກຄົນທີ່ມີຜົນງານໃນການ ອະນຸລັກຊີວະນາໆພັນ ມາເປັນເວລາຫຼາຍປີ. ສຳລັບ ສປປ ລາວ ເຮົາກໍ່ໄດ້ເບິ່ງໄປຫຼາຍໆບ່ອນ ແລະ ຫຼາຍພາກສ່ວນ ຈຶ່ງເຫັນຟາມຂອງ ທ່ານ ນິດສະຫວັນ ຫຼວງໂຄດປຣະວົງວຽງຄຳ ທີ່ໄດ້ມີບົດບາດສໍາຄັນ ໃນການອະນຸລັກນົກທີ່ອົບພະຍົກມາຈາກພື້ນທີ່ຕ່າງໆ ໂດຍສະເພາະແມ່ນນົກຍາງ, ນົກເປັດນ້ຳ ຈຳນວນຫຼາຍໝື່ນໂຕ ພ້ອມດຽວກັນນີ້ ເພິ່ນຍັງໄດ້ເຮັດການຜະລິດກະສິກຳແບບເປັນມິດກັບສິງແວດລ້ອມ (ຟາມລ້ຽງໝູ ທີ່ທັນສະໄໝ) ສະແດງອອກວ່າ ເພິ່ນໄດ້ສ້າງຕັ້ງບໍ່ແກັສຊີວະພາບ ເພື່ອຜະລິດພະລັງງານໄຟຟ້າທົດແທນ ທີ່ໃຊ້ພາຍໃນຟາມ ແລະ ພ້ອມດຽວກັນນັ້ນ ກໍ່ເປັນການ ຫຼຸດຜ່ອນ ອ້າຍພິດເຮືອນແກ້ວທີ່ເກີດຈາກສິ່ງເສດເຫຼືອຂອງໝູ. ນອກຈາກນີ້ ເພິ່ນຍັງໄດ້ຮັບການອະນຸຍາດຈາກ ອົງການຈັດຕັ້ງຂອງອຳນາດການປົກຄອງເມືອງໂພນໂຮງ , ແຂວງວຽງຈັນ ເພື່ອໃຫ້ອະນຸລັກແຫຼ່ງນ້ຳຊວງ ທີ່ມີຄວາມຍາວ 2 ກີໂລແມັດ ກວ້າງ 200 ແມັດ ເພື່ອເປັນບ່ອນວາງໄຂຂອງປາ ແລະ ສັດນ້ຳອື່ນໆ ເພື່ອການອະນາລັກສັດນ້ຳແບບຍືນຍົງ ເພື່ອໃຫ້ເປັນບ່ອນທີ່ໃຫ້ຊາວບ້ານໄດ້ມາທຳການປະມົງແບບຍືນຍົງ.
ທາງດ້ານທ່ານ ນາງ ຈັນນວນ ສີປະເສີດ ປະທານຮ່ວມບໍລິສັດ ຮ່ວມພັດທະນາກະສິກຳ ຂາອອກ-ຂາເຂົ້າ (ຢູດີເອ ຟາມ) ກ່າວວ່າ: ບໍລິສັດ ຂອງພວກເຮົາ ແມ່ນດໍາເນີນກ່ຽວກັບກະສິກໍາ ຄຽງຄູ່ກັບການອະນຸລັກສັດນ້ໍ່າ ສັດປ່າ ນາໆຊະນິດ ແລະ ສົ່ງຜົນໃຫ້ໄດ້ຮັບລາງວັນສິ່ງແວດລ້ອມໂລກ ທີ່ປະເທດ ຟີລິປິ່ນ ໃນວັນທີ 7 ສິງຫາ 2017 ນັ້ນຄືລາງວັນແຫ່ງຄວາມພາກພູມໃຈທີ່ໄດ້ຮັບ ແລະ ຢາກຝາກເຖິງນັກທຸລະກິດທີ່ປູກຝັງ-ລ້ຽງສັດ ຈຶ່ງພ້ອມກັນອະນຸລັກຮັກສາສັດນ້ຳ ສັດປ່າ ໃຫ້ຢູ່ຄຽງກັບການເຮັດການຜະລິດກະສິກຳແບບຢືນຍົງ.
ຂະນະທີທ່ານ ນິດສະຫວັນ ຫຼວງໂຄດປຣະວົງວຽງຄຳ ປະທານຮ່ວມບໍລິສັດ ຮ່ວມພັດທະນາກະສິກຳ ຂາອອກ-ຂາເຂົ້າ (ຢູດີເອ ຟາມ) ກ່າວວ່າ: ລາງວັນຜູ້ທີ່ມີຄຸນນງາມຄວາມດີ ດ້ານການອະນຸລັກຊີວະນາໆພັນ ອາຊຽນ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 50 ປີ ເປັນຄັ້ງທຳອິດສ້າງລາງວັນດ້ານການປົກປັກຮັກຊີວະນາໆພັນ ແລະ ສິ່ງແວດລ້ອມ. ສຳລັບ ການອະນຸລັກຊີວະນາໆພັນ ແມ່ນໄດ້ເລີ່ມມາແຕ່ປີ 2000 ເຊິ່ງໄດ້ເລີ່ມຈາກຈຸດໜ້ອຍ ຫາໃຫຍ່ ໂດຍເລີ່ມຈາກຕົນເອງ ຈົນມາຮອດປີ 2012 ທາງອຳນາດການປົດຄອງເມືອງ - ແຂວງ ໄດ້ຊ່ວຍແຈ້ງການໃຫ້ເປັນເຂດອະນຸລັກ ແລະ ມາຮອດມື້ນີ້ ຮູ້ສຶກດີໃຈຫຼາຍ ກັບສິ່ງທີ່ໄດ້ເຮັດມາ ຖືກຮັບຮູ້ ຢູ່ພາຍໃນຢ່າງ ກວ້າງຂວາງ ແລະ ຖືກຮັບຮູ້ຈາກອາຊຽນ ແລະ ໄດ້ຮັບລາງວັນຜູ້ທີ່ມີຄຸນນງາມຄວາມດີ ດ້ານການອະນຸລັກຊີວະນາໆພັນອາຊຽນ ເຊິ່ງສິ່ງທີ່ຢາກທີ່ສຸດຄືຕ້ອງໄດ້ປົກປັກຮັກສາໃຫ້ມັນໄດ້ ແລະ ໃຫ້ມັນດີທີ່ສຸດ ໂດຍການໃຫ້ເຈົ້າໜ້າທີ່, ອໍານາດການປົກຄອງບ້ານ, ເມືອງ ໃຫ້ເປັນສື່ຊ່ວຍໃນການລະດົມປະຊາຊົນໃນການປົກປັກຮັກສາຊ່ວຍກັນ “ຄົນເຮົາທຳລາຍມັນງ່າຍ ແຕ່ວ່າການປົກປັກຮັກສາ ແລະ ຈະເຮັດໄດ້ມັນກະຍາກ”
ມີສຽງສຳພາດທ່ານທ່ານ ນາງ ຈັນນວນ ສີປະເສີດ ແລະ ທ່ານ ນິດສະຫວັນ ຫຼວງໂຄດປຣະວົງວຽງຄຳ ປະທານຮ່ວມບໍລິສັດ ຮ່ວມພັດທະນາກະສິກຳ ຂາອອກ-ຂາເຂົ້າ (ຢູດີເອ ຟາມ) ມາໃຫ້ຮັບຮູ້ເພີ່ມຕື່ມ
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ