ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ການອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ໃນນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ຫຼ້າສຸກກັນ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.
ສໍາລັບ ຢູ່ນະຄອນຫຼວງວຽຈັນ ຈະໄດ້ສືບຕໍ່ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນຕ່າງປະເທດ ເລີ່ມແຕ່ວັນທີ 1 ກັນຍາ ຫາ ວັນທີ 30 ພະຈິກ 2017 ພ້ອມກັນທົ່ວປະເທດ ເຊິ່ງເປັນການປະຕິບັດຕາມແຈ້ງການຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໃນນີ້ ນະຄອນຫຼວງວຽງຈັນ ໄດ້ກຳນົດຈຸດຂຶ້ນທະບຽນ ແລະ ອອກບັດອະນຸຍາດຢູ່ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມ 8 ຕົວເມືອງ, ຍົກເວັ້ນເມືອງໄຊທານີ ແມ່ນຢູ່ໂຮງຮຽນປະຖົມ ດົງສ້າງຫີນ.
ສໍາລັບຜູ້ທີ່ມາຂຶ້ນທະບຽນໃໝ່ ແມ່ນຈະອອກບັດອະນຸຍາດຊົ່ວຄາວໃຫ້ ແຕ່ສູງສຸດບໍ່ໃຫ້ເກີນ 3 ເດືອນ ທັງຜູ້ທີ່ຕ້ອງການສຳລະສະສາງ ແລະ ປັບສະຖານະພາບໃນກໍລະນີຫຼົບຫຼີກບໍ່ມາຂຶ້ນທະບຽນ, ຈະໄດ້ດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການ ພ້ອມທັງຊຸກຍູ້ໃຫ້ອອກຈາກປະເທດລາວ.
ທ່ານ ນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນໄລຍະຜ່ານມາ ໄດ້ມີຜູ້ມາຂຶ້ນທະບຽນ ແລະ ອອກບັດອະນຸຍາດຈຳນວນ 4000 ກວ່າຄົນ ແລະ ຄາດວ່າຍັງມີປະມານ 5000 ກວ່າຄົນ, ທີ່ຍັງບໍ່ທັນມາຂຶ້ນທະບຽນຖືກຕ້ອງ. ໃນຈໍານວນ 4000 ກວ່າຄົນ ທີ່ມາຂຶ້ນທະບຽນນັ້ນ ຫຼາຍທີ່ສຸດແມ່ນ ສັນຊາດຫວຽດນາມ, ມີ 3000 ກວ່າຄົນ, ເຫຼືອນັ້ນແມ່ນຈີນ, ກຳປູເຈຍ, ເກົາຫຼີ, ມາເລເຊຍ, ພີລີບປິນ ແລະ ມຽນມາ.
Editor: ດາວໄຊ ສີວິໄລ