ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັບຕົວຜູ້ຖືກຫາຄ້າ-ຂາຍຢາເສບຕິດ ຊື່ ທ້າວ ໂກວິດ ອາຍຸ 25 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າ ຈໍານວນ 287 ເມັດ, ໃນວັນທີ 21 ສິງຫາ 2017 ທີ່ຜ່ານມາ ຈາກນັ້ນໄດ້ຂະຫຍາຍຜົນ ສາມາດຈັບຜູ້ຊັດຊອດໄດ້ເພີ່ມ 1 ຄົນ ຊື່ນາງ ອິນປັນ ຫຼື ມ້ຽວ ອາຍຸ 21 ປີ ຄົນບ້ານດຽວພ້ອມຂອງກາງ 73 ເມັດ ມາດຳເນີນຄະດີ.
ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງສິໂຄດຕະບອງ ໃຫ້ຮູ້ວ່າ: ໃນວັນ 20 ສິງຫາ ປະຊາຊົນໂທລະສັບມາແຈ້ງຄວາມຕໍ່ກອງບັນຊາການ ປກສ ເມືອງວ່າ ມີກຸ່ມຄົນບໍ່ດີກຳລັງມົ້ວສຸມຢາເສບຕິດຢູ່ເຂດບ້ານຈັນສະຫວ່າງ. ຈາກນັ້ນ, ຈຶ່ງໄດ້ປະສານສົມທົບກັບໜ່ວຍງານວິຊາສະເພາະທີ່ກຳລັງລົງປະຕິບັດໜ້າທີ່ຕາມສາຍກວດປະຈຳ, ເຂົ້າກວດກາສະຖານທີ່ເກີດເຫດ ຈຶ່ງພົບວ່າມີມູນຄວາມຈິງ ແລະ ສາມາດຂຶ້ນເປົ້າໝາຍຕິດຕາມ, ມື້ຕໍ່ມາໄດ້ຈັດກຳລັງພົນລົງຕິດຕາມ ຮອດເວລາ 12:00 ໂມງ ເປົ້າໝາຍໄດ້ເຄື່ອນໄຫວເຂົ້າມາເຮືອນ ຈຶ່ງໄດ້ເຂົ້າປິດລ້ອມກັກຕົວທ້າວ ໂກວິດ ພ້ອມຂອງກາງຢາບ້າຈຳນວນ 287 ເມັດ. ຈາກການສອບສວນໃນເບື້ອງຕົ້ນ ຜູ້ກ່ຽວສາລະພາບວ່າ: ໄດ້ເຄື່ອນໄຫວຊື້-ຂາຍຢາບ້າແທ້ ໂດຍເລີ່ມມາແຕ່ເດືອນກໍລະກົດທີ່ຜ່ານມາ ຢາບ້ານັ້ນແມ່ນໄດ້ເອົາໄປຂາຍໃຫ້ກັບໄວລຸ້ນຕາມຮ້ານເກມ, ຮ້ານສະນຸກເກີ ແລະ ຕາມເສັ້ນທາງບ້ານຈັນສະຫວ່າງ ຢາບ້າທີ່ນຳມາຂາຍແຕ່ລະຄັ້ງ ແມ່ນຊື້ນຳນາງ ອິນປັນ ຫຼື ມ້ຽວ ຄົນບ້ານດຽວ ຄັ້ງລະ 1 ຖົງ ເທົ່າກັບ 200 ເມັດ, ໃນວັນທີ 21 ສິງຫາ ນາງ ອິນປັນ ໄດ້ໂທລະສັບບອກໃຫ້ມາເອົາຢາບ້າໄປຂາຍ ຈໍານວນ 1 ຖົງ ພາຍຫຼັງໄປຮັບຢາບ້າມາຮອດເຮືອນ ກໍຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຈຳນວນດັ່ງກ່າວ. ຈາກຄຳຮັບສາລະພາບຂອງທ້າວ ໂກວິດ ແລ້ວເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມຈັບຕົວນາງ ອິນປັນ ໃນເວລາຕໍ່ມາພ້ອມຂອງກາງຈຳນວນ 73 ເມັດ ມາສອບສວນ.
ນາງ ອິນປັນ ສາລະພາບວ່າ: ເລີ່ມເຄື່ອນໄຫວຂາຍຢາເສບຕິດມາແຕ່ຕົ້ນເດືອນເມສາ ໂດຍຊື້ຢາບ້າຄັ້ງລະ 1-2 ຖົງ ແລ້ວນຳໄປຂາຍໃຫ້ໄວລຸ້ນພາຍໃນບ້ານທີ່ຮູ້ຈັກ ມາໃນເດືອນກໍລະກົດ ທ້າວ ໂກວິດ ເປັນຄົນບ້ານດຽວໄດ້ມາຫຼິ້ນນຳ ຕົນຈຶ່ງໄດ້ຊັກຊວນໃຫ້ຂາຍຢາບ້າ ແລ້ວເອົາຢາບ້າໃຫ້ຜູ້ກ່ຽວຈຳນວນ 10 ເມັດ ເມື່ອຂາຍໝົດຈຶ່ງເອົາເງິນມາໃຫ້ຕາມຫຼັງ. ຈາກນັ້ນມາ, ທ້າວ ໂກວິດ ໄດ້ເອົາຢາບ້ານຳຄັ້ງລະ 1 ຖົງ ປະມານ 2 ຄັ້ງ, ມາວັນທີ 21 ຊາຍທີ່ຂາຍຢາບ້າໃຫ້ນັ້ນ ມາຫາພ້ອມທັງເອົາຢາບ້າຈຳນວນ 2 ຖົງ ມາໃຫ້ຂາຍ ຕົນຈຶ່ງໂທຫາທ້າວ ໂກວິດ ໃຫ້ມາເອົາຢາບ້າໄປຂາຍ 1 ຖົງ ແລະ ຂາຍໃຫ້ໄວລຸ້ນພາຍໃນບ້ານພ້ອມທັງເສບເອງ ຍັງເຫຼືອ 73 ເມັດ ກໍຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.
ຂອບໃຈຂໍ້ມູນຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ