ໃນວັນທີ 7 ກັນຍາ 2017 ຜ່ານມາ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຄຸ້ມຄອງການລົງທຶນດ້ານບໍ່ແຮ່ ຂື້ນຢູ່ທີ່ສະໂມສອນໄຟຟ້າ ເຂື່ອນນໍ້າງື່ມ1 ພາຍໃຕ້ ການເປັນປະທານໂດຍ ທ່ານ ຄຳບົງ ຄອນສະຫວັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນ. ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກອ້ອມຂ້າງແຂວງ, ທ່ານເຈົ້າເມືອງ, ຮອງເຈົ້າເມືອງ ແລະ ແຂກທີ່ມີກຽດເຂົ້າຮ່ວມ.
ທ່ານ ຄຳບົງ ຄອນສະຫວັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງວຽງຈັນ ໄດ້ຂື້ນກ່າວໄຂ ແລະ ຜ່ານບົດສະຫຼຸບວຽກງານຄຸ້ມຄອງການລົງທຶນບໍ່ແຮ່ ສົກປີ 2016 ແຂວງວຽງຈັນ ມີກິດຈະການດ້ານບໍ່ແຮ່ທີ່ໄດ້ຮັບການອະນຸຍາດຈາກສູນກາງ ແລະ ທ້ອງຖີ່ນໃຫ້ດຳເນີນຄົ້ນຄວ້າ,ສຳຫລວດ ແລະ ຂຸດຄົ້ນປຸງແຕ່ງແຮ່ທາດທັງນັກລົງທຶນ ພາຍໃນ ແລະ ຕ່າງປະເທດ ຈໍານວນ 93 ບໍລິສັດ, ໃນ 125 ກິດຈະການ, ມີເນື້ອທີ່ 1 ລ້ານ 1 ແສນ 4 ຫມື່ນ 5 ພັນ 897 ກວ່າເຮັກຕ່າ ທີ່ກວມເອົາ 71.94% ຂອງເນື້ອທີ່ແຂວງວຽງຈັນ, ໃນນີ້ຢູ່ໃນຂັ້ນຕອນ ຊອກຄົ້ນຄວ້າສຳຫຼວດ ມີ 26 ບໍລິສັດ, 26 ກິດຈະການ, ມີເນື້ອທີ່ 1 ລ້ານ 1 ແສນ 1 ຫມື່ນ 4 ພັນ 381 ເຮັກຕ່າ ແລະ ຂັ້ນຕອນຂຸດຄົ້ນປຸງແຕ່ 67 ບໍລິສັດ, 99 ກິດຈະການ ມີເນື້ອທີ່ 3 ຫມື່ນ 1 ພັນ 516 ກວ່າເຮັກຕ່າ.
ປະເພດແຮ່ທາດທີ່ໄດ້ຮັບອະນຸຍາດດຳເນີນກິດຈະການດ້ານບໍ່ແຮ່ມີປະເພດແຮ່ຄຳ, ແຮ່ທາດ, ແຮ່ຊືນ, ສັງກະສີ, ຖ່ານຫີນ, ບາລິດ, ຫີນປູນ, ດິນໜຽວ, ຂີ້ເຈຍ, ເກືອໂຟຕັດ, ຟົດສເຟດ.
ວຽກງານດ້ານການຜະລິດ, ການຈໍາໜ່າຍ ແລະ ການປະຕິບັດ ທາງດ້ານການເງິນ ສາມາດຜະລິດ ແລະ ຈໍາໜ່າຍແຮ່ທາດບາລິດ (ປະເພດກ້ອນ) ຈຳນວນ 4 ຫມື່ນ 1 ພັນກວ່າໂຕ່ນ, ແຮ່ທາດບາລິດ (ປະເພດຝຸ່ນ) 3 ພັນກວ່າໂຕ່ນ, ແຮ່ສັງກະສີ 890 ໂຕ່ນ, ແຮ່ຊືນ 518 ໂຕນ, ແຮ່ຖ່ານຫີນ 1 ຫມື່ນ 8 ພັນກວ່າໂຕນ, ຂີ້ເຈຍ 247 ໂຕນ, ຫີນປູນ 53 ພັນກວ່າໂຕນ, ຫີນກໍ່ສ້າງ 69 ພັນກວ່າໂຕນ, ດີນໜຽວ 2 ຫມື່ນ 9 ພັນກວ່າໂຕນ, ດິນຊາຍພູ 2 ຫມື່ນ 5 ພັນກວ່າໂຕນ, ສາມາດສ້າງລາຍຮັບຈາກກິດຈະການ ທັງໝົດ 2 ຕື້ 161 ລ້ານກວ່າກີບ ທີ່ສະເພາະຂັ້ນແຂວງ ໄດ້ອະນຸຍາດ ໃນນີ້ມີຄ່າເຊົ່າເນື້ອທີ່ສໍາປະທານ, ຄ່າຊັບພະຍາກອນ, ຄ່າອາກອນກຳໄລ ແລະ ຄ່າອາກອນນມູນຄ່າເພີ່ມ.
ທິດທາງແຜນການປີ 2017 ແມ່ນຈະສືບຕໍ່ຄຸ້ມຄອງກິດຈະກຳດ້ານບໍ່ແຮ່ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງມີປະສິດທິຜົນສູງ ສອດຄ່ອງກັບລະບຽບກົດໝາຍພ້ອມທັງສົ່ງເສີມໃຫ້ການສະໜັບສະ ໜູນ ອຸດສາຫະກຳຢ່າງຕໍ່ເນື່ອງ ໃຫ້ໄດ້ດີ ແລະ ຮັບປະກັນການປະຕິບັດພັນທະອາກອນເຂົ້າລັດ ໃຫ້ໄດ້ຕາມແຜນການ.
Editor: ກຳປານາດ ລັດຖະເຮົ້າ