ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະຮັບຜິດຊອບວຽກງານຫຼຸດຜ່ອນອາຍພິດເຮຶອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເສື່ອມໂຊມ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 6 ກັນຍາ 2017 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ໂດຍການເຂົ້າຮ່ວມພ້ອມເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ຄະນະຊີ້ນຳໂຄງການຂັ້ນແຂວງ ມີ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ຮອງຫົວໜ້າຄະນະຊີ້ນຳວຽກງານເຣດບວກ ຂັ້ນສູນກາງ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກ, ຮອງເຈົ້າເມືອງ 11 ເມືອງ ຜູ້ປະສານງານໂຄງການຂັ້ນແຂວງພ້ອມດ້ວຍທີມງານໂຄງການມາຈາກສູນກາງເຂົ້າຮ່ວມ.
ໃນພິທີ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ກໍ່ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ເຊີ່ງທ່ານໄດ້ກ່າວວ່າ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ເວົ້າລວມເວົ້າສະເພາະ ແມ່ນການຈັດຕົ້ງຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມຄັ້ງທີ 8 ຂອງແຂວງທີ່ວາງອອກ ທັງປະກອບສ່ວນຈັດຕັ້ງຜັນຂະຫຍາຍຍຸດທະສາດປ່າໄມ້ຮອດປີ 2020 ເຊິ່ງມັນຕິດພັນກັບການປະກອບສ່ວນອັນໃຫຍ່ຫຼວງ ແລະ ສຳຄັນຍິ່ງ, ເຂົ້າໃນການພັດທະນາຍຸດທະສາດທີ່ເປັນມິດຕໍ່ສີ່ງແວດລ້ອມ ຫຼື ເອີ້ນວ່າ: ຍຸທະສາດການເຕີບໂຕສີຂຽວ ແນ່ໃສການປະກອບສ່ວນຫຼຸດຜ່ອນ ແລະ ແກ້ໄຂບັນຫາໂລກຮ້ອນ ຫຼື ການປ່ຽນແປງດີນຟ້າອາກາດຢູ່ໃນປະເທດ ປ່າໄມ້ເຂດຮ້ອນແມ່ນມີບົດບາດ ແລະ ຄວາມສຳຄັນຫຼາຍໃນການປະກອບສ່ວນຕໍ່ການປົກປັກຮັກສາສີ່ງແວດລ້ອມຂອງພາກພື້ນ ແລະ ໃນທົ່ວໂລກ ກໍ່ຄືການແກ້ໄຂສະພາບການປ່ຽນແປງດີນຟ້າອາກາດທີ່ນັບມື້ສ້າງຜົນກະທົບໃນທາງລົບຕໍ່ຊີວິດຊັບສີນຂອງມະນຸດ ແລະ ຕໍ່ທຳມະຊາດເອງ ອາດເວົ້າໄດ້ວ່າສະພາບສີ່ງແວດລ້ອມຂອງພາກພື້ນ ແລະ ສາກົນ ໄດ້ເຖິງລະດັບເຕືອນໄພແລ້ວ ແລະ ເຖິງເວລາແລ້ວທີ່ມວນມະນຸດໃນທົ່ວໂລກຕ້ອງຫັນທັດສະນະຢ່າງຂາດຕົວຈາກພາວະການທຳລາຍປ່າ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ໃນທຸກຮູບແບບໄປສູ່ການຄຸ້ມຄອງອະນຸລັກປົກປັກຮັກສາພັດທະນາ ແລະ ນຳໃຊ້ຊັບທະຍາກອນປ່າໃຫ້ມີຄວາມຍືນຍົງ ແລະ ສາມາດປະກອບສ່ວນເຂົ້າໃນການພັດທະເສດຖະກິດ-ສັງຄົມ ຢ່າງແທ້ຈິງ ແລະ ຕະຫຼອດໄປ.
ຫຼັງຈາກນັ້ນ ທ່ານ ຄຳແສນ ອຸ່ນຄຳ ຮອງຫົວໜ້າພະແນກຫຼຸດຜ່ອນອາຍພິດຈາກການທຳລາຍປ່າໄມ້, ກົມປ່າໄມ້ ໄດ້ຂື້ນຜ່ານລາຍງານຫຍໍ້ບົດບາດປ່າໄມ້ຕໍ່ການປ່ຽນແປງດີນຟ້າອາກາດ, ຄວາມເປັນມາຂອງ “ເຣດບວກ” ,ການຈັດຕັ້ງປະຕິບັດວຽກງານເຣດບວກໃນ ສປປ ລາວ, ສະຖານະພາບກ່ຽວກັບການກະກຽມໂຄງການກອງທືນການບອນ ຂະບວນການສ້າງແຜນດຳເນີນງານ “ເຣດບວກ“ ຢູເແຂວງໄຊຍະບູລີ, ທິດທາງ ແລະ ວຽກງານບູລິມະສິດກ່ຽວກັບການກະກຽມໂຄງການກອນທຶນກາກບອນໃນຕໍ່ໜ້າ. ໃນຕອນທ້າຍຂອງພິທິຜູ້ເຂົ້າຮ່ວມກອງກໍໄດ້ພອມກັນປຶກສາຫາລືຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ຕໍ່ກັບແຜນດຳເນີນງານ “ເຣດບວກ” ຢູ່ແຂວງໄຊຍະບູລີເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນປະໂຫຍດສູງສຸດ
ທີມຂ່າວ ຈາກແຂວງໄຊຍະບູລີ
Editor: ກຳປານາດ ລັດຖະເຮົ້າ