ກອງປະຊຸມເຊື່ອມຊຶມລະບຽບກອງທຶນປະກັນສຸຂະພາບແຫ່ງຊາດ ແລະ ພິທີເຊັນສັນຍາ ການຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບແຫ່ງຊາດ ແຂວງວຽງຈັນ ໄດ້ຈັດຂຶ້ນໃນຕົ້ນເດືອນ ກັນຍາ 2017 ຜ່ານມານີ້, ຢູ່ທີຫ້ອງວ່າ ການປົກຄອງແຂວງ, ແລະ ເປັນກຽດເຂົ້າຮ່ວມມີ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ, ທັງເປັນປະທານຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບຂັ້ນແຂວງ, ທ່ານ ບຸນແຝງ ພູມມະໄລສິດ ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ, ຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບຂັ້ນສູນກາງ, ມີບັນດາຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບຂັ້ນແຂວງ, ຂັ້ນເມືອງເມືອງທົ່ວແຂວງ, ພ້ອມດ້ວຍ ໂຮງໝໍແຂວງ ແລະ ໂຮງໝໍເມືອງເຂົ້າຮ່ວມ.
ທ່ານ ດຣ. ພັນທອງ ບົວສະຫວັນ ຮອງຫົວໜ້າພະແນກບໍລິຫານ-ແຜນການຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ລາຍງານກ່ຽວກັບຄູ່ມືຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບແຫ່ງຊາດວ່າ: ຜູ້ທີ່ມີສິດໄດ້ຮັບຜົນປະໂຫຍດຈາກກອງທຶນນີ້ ແມ່ນປະຊາຊົນທຸກຄົນ ທີ່ມີລາຍຊື່ຕາມສຳມະໂນຄົວ ຫຼື ໃບຢັ້ງຢືນມີໜ້າໃນຄົວເຮືອນຂອງນາຍບ້ານ ໃນເຂດການປົກຄອງທີ່ມີການສ້າງຕັ້ງກອງທຶນປະກັນສຸຂະພາບແຫ່ງຊາດ, ເວລາມາບໍລິການທຸກຄັ້ງທີ່ໂຮງໝໍຄູ່ສັນຍາຫຼັກ ຜູ້ປະກັນຕົນຕ້ອງໄດ້ປະກອບສ່ວນຈ່າຍເງິນສົມທົບ 50 ສ່ວນຮ້ອຍຂອງເບ້ຍປະກັນຕາມພັນທະຄື: ມູນຄ່າເງິນສົມທົບຂອງຜູ້ປະກັນຕົນທີ່ສຸກສາລາແມ່ນ 5.000 ກີບ ຕໍ່ກໍລະນີທັງກວດເຂດນອກ ແລະ ນອນໂຮງໝໍ, ຖ້າເປັນໂຮງໝໍເມືອງແມ່ນ 10.000 ກີບ, ຕໍ່ກໍລະນີກວດເຂດນອກ ແລະ ນອນໂຮງໝໍແມ່ນ 30.000 ກີບ, ສໍາລັບໂຮງໝໍແຂວງ ແມ່ນ 15.000 ກີບ, ຕໍ່ກໍລະນີກວດເຂດນອກ ແລະ ນອນໂຮງໝໍ 30.000 ກີບ, ສຳລັບໂຮງໝໍຜາກ ຫຼື ສູນກາງແມ່ນ 20.000 ກີບ, ຕໍ່ກໍລະນີກວດເຂດນອກ ແລະ ນອນໂຮງໝໍແມ່ນ 30.000 ກີບ ( ກໍລະນີສົ່ງຕໍ່ແມ່ນບໍ່ໄດ້ເກັບຄ່າ ).
ໃນໂອກາດດຽວກັນນີ້ ທ່ານ ດຣ ນາງ ວະໄລລັກ ຂາວແກ້ວປະເສີດ ຫົວໜ້າຫ້ອງການປະກັນສຸຂະພາບແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ການສ້າງຕັ້ງ ແລະ ຂະຫຍາຍກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງວຽງຈັນ ສາມາດປົກຄຸມປະຊາກອນທົ່ວແຂວງໄດ້ຮ້ອຍສ່ວນຮ້ອຍ ໃນນີ້ອົງການປະກັນສັງຄົມພາກລັດ-ພາກວິສາຫະກິດ, ກວມ 11 ສ່ວນຮ້ອຍ, ກອງທຶນປະກັນສຸຂະພາບແຫ່ງຊາດປົກຄຸມ 89 ສ່ວນຮ້ອຍ, ມີຜູ້ປະກັນຕົນທັງໝົດ 4 ແສນ 4 ໝື່ນ ກວ່າຄົນ, ໃນນີ້ມີຜູ້ປະກັນຕົນໃນກອງທຶນປະກັນສຸຂະພາບແຫ່ງຊາດ 4 ແສນກວ່າຄົນ. ອັດຕາການຊົມໃຊ້ການບໍລິການກວດເຂດນອກ ແລະ ນອນໂຮງໝໍໃນທົ່ວແຂວງ ໃນປີ 2016 ສະເລ່ຍກວດເຂດນອກ ມີ 341 ຄົນ ແລະ ນອນໂຮງໝໍ 45 ຄົນ ຕໍ່ປະຊາອນກອນ 1.000 ຄົນ, ການຄິດໄລ່ເງິນມອບ ເໝົາລ່ວງໜ້າງວດທຳອິດແມ່ນອີງໃສ່ປະຊາກອນເຂດປົກຄຸມຂອງໂຮງໝໍ-ສຸກສາລາ ແລະ ຜົນການບໍລິການປິ່ນປົວ ໃນປີ 2016 ໃຫ້ສະຖານທີ່ບໍລິການໂຮງໝໍເມືອງ 8 ເມືອງ ແລະ ເງິນບໍລິຫານ 10 ສ່ວນຮ້ອຍເປັນມູນຄ່າທັງໝົດ 943 ລ້ານກວ່າກີບ, ຍົກເວັ້ນເມືອງແມດ, ເມືອງໝື່ນ ແລະ ເມືອງ ວຽງຄຳ.
ໃນຕອນທ້າຍຍັງໄດ້ມີການເຊັນສັນຍາການຈັດຕັ້ງປະຕິບັດ ກອງທຶນປະກັນສຸຂະພາບແຫ່ງຊາດ ລະຫວ່າງ ຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບ ເມືອງກາສີ ກັບ ໂຮງໝໍເມືອງວັງວຽງ ເຊິ່ງເປັນໂຮງໝໍຄູ່ສັນຍາສົ່ງຕໍ່ ແລະ ເຊັນສັນຍາ ລະຫວ່າງ ຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບ 11 ເມືອງທົ່ວແຂວງ ກັບ ໂຮງໝໍແຂວງວຽງຈັນ ເຊິ່ງເປັນໂຮງໝໍຄູ່ສັນຍາສົ່ງຕໍ່
ແຫລ່ງຂ່າວ ຈາກແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ