ການອ່ານໜັງສື ນອກຈາກໄດ້ຄວາມຮູ້ແລ້ວຍັງເຮັດໃຫ້ຜູ້ອ່ານມີຄວາມສຸກໄດ້ອີກດ້ວຍ ເພີ່ມຄວາມຄິດທີ່ດີງາມ, ໄດ້ຮັບສິ່ງດີໆຈາກການອ່ານເຮັດໃຫ້ເກີດມີແຮງບັນດານໃຈໃນການສູ້ຊີວິດກໍ່ຄືການພັດທະນາຕົນເອງ, ເຮັດໃຫ້ເກີດປະໂຫຍດຕໍ່ທຸກຄົນໃນສັງຄົມ. ຫໍສະໝຸດເປັນແຫຼ່ງຈັດເກັບຂໍ້ມູນທາງດ້ານສາລະນິເທດ ເຊິ່ງແມ່ນການສົ່ງເສີມທາງດ້ານສິລະປະ ແລະ ວັດທະນະທຳຕ່າງໆ ເຊິ່ງບົ່ງບອກເຖິງຄວາມຈະເລີນກ້າວໜ້າຂອງປະເທດຊາດ. ນອກນັ້ນ, ຫໍສະໝຸດຍັງມີໜັງສືຕ່າງປະເທດໄວ້ໃຫ້ອ່ານເຊັ່ນກັນ. ການເຂົ້າໄປຫໍສະໝຸດເປັນການໝູນໃຊ້ເວລາໃຫ້ເກີດປະໂຫຍດ ເພາະການອ່ານທີ່ເອົາຄວາມຮູ້ເຂົ້າສະໝອງກໍ່ເໝືອນດັ່ງການກິນທີ່ປ່ອນອາຫານເຂົ້າປາກ. ດັ່ງນັ້ນ, ການປູກຈິດສໍານຶກໃຫ້ຄົນຍຸກໃໝ່ໃສ່ໃຈໃນການອ່ານໜັງສືກໍ່ຖືວ່າເປັນການຊຸກຍູ້ໃຫ້ພວກເຂົາບໍາລຸງສະຕິປັນຍາຂອງຕົນເອງໃຫ້ກາຍເປັນຄົນດີຄົນເກັ່ງໃນອະນາຄົດ
ປັດຈຸບັນນີ້ ຫໍສະໝຸດແຫ່ງຊາດ ໄດ້ຍ້າຍຈາກບ່ອນເກົ່າໄປຕັ້ງຢູ່ບ່ອນໃໝ່ ແລະ ສາມາດບັນຈຸຂໍ້ມູນໄດ້ຫຼາຍກວ່າເກົ່າ, ສະຖານທີ່ກວ້າງຂວາງ ອຳນວຍຄວາມສະດວກເພີ່ມຂຶ້ນ ສາມາດຈັດປຶ້ມໄດ້ຫຼາຍໝວດໝູ່ສະດວກສະບາຍແກ່ການຄົ້ນຫາເຮັດໃຫ້ຜູ້ມາຊົມໃຊ້ບໍ່ສັບສົນຫຼາຍ ແຕ່ລະຫ້ອງມີຄວາມປອດໂປ່ງ, ມີແສງສະຫວ່າງຖືກຕາມຫຼັກວິຊາການ. ພ້ອມກັນນັ້ນ, ໃນຫໍສະໝຸດແຫ່ງຊາດນີ້ ຍັງມີ ໜັງສືໃບລານເກົ່າແກ່ອາຍຸຫຼາຍຮ້ອຍປີ ໂດຍການບໍລິການມີຢູ່ 2 ແບບ ຄື: ບໍລິການນັ່ງອ່ານຢູ່ຫໍສະ ໝຸດ ຫຼື ຢືມເມືອອ່ານຢູ່ບ້ານກໍ່ໄດ້ ແລະ ບໍລິການແບບເຄື່ອນທີ່ ເຊິ່ງທາງທີມງານຫໍສະໝຸດໄດ້ອອກເຄື່ອນໄຫວອາທິດລະ 2 ເທື່ອ ຄື: ວັນອັງຄານ ແລະ ວັນພະຫັດ ເພື່ອໄປບໍລິການແກ່ໂຮງຮຽນທີ່ບໍ່ມີຫໍສະໝຸດ ຫຼື ໄປໃນຊຸມຊົນຕ່າງໆ; ເປັນການນຳປຶ້ມສູ່ນ້ອງນ້ອຍຢູ່ເຂດຫ່າງໄກສອກຫຼີກ ຫຼື ສູ່ພໍ່ແມ່ປະຊາຊົນໃຫ້ເຂົາເຈົ້າໄດ້ອ່ານ. ນອກຈາກນັ້ນ, ຍັງໄດ້ຈັດກິດຈະກຳພານ້ອງນ້ອຍອ່ານ, ພານ້ອງນ້ອຍເລົ່ານິທານ ແຕ່ວ່າໃນການລົງໄປບ່ອນຊຸມຊົນນັ້ນເຫັນວ່າງົບປະມານທີ່ລັດຖະບານໃຫ້ແມ່ນບໍ່ພຽງພໍເປັນອຸປະສັກຕໍ່ການເຄື່ອນໄຫວ ຈຶ່ງຢາກປຸກລະດົມໃຫ້ມີການປະກອບສ່ວນຊ່ວຍເຫຼືອຈາກສັງຄົມຕື່ມອີກ ເພື່ອເປັນການສົ່ງເສີມການອ່ານກະຈາຍຄວາມຮູ້ແກ່ເຍົາວະຊົນທີ່ເປັນອະນາຄົດຂອງຊາດ. ຫໍສະໝຸດແຫ່ງຊາດເລີ່ມເປີດໃຫ້ບໍລິການ 8:00 – 16:00 ໂມງ ຂອງທຸກໆວັນຈັນຮອດວັນເສົາ ເຊິ່ງທີ່ຜ່ານມາຜູ້ທີ່ເຂົ້າຊົມໃຊ້ສ່ວນຫຼາຍແມ່ນກຸ່ມນັກຮຽນ – ນັກສຶກສາ, ພະສົງ, ນັກຄົ້ນຄວ້າ ແລະ ປະຊາຊົນທົ່ວໄປ
ທາງດ້ານເງື່ອນໄຂຂອງການຊົມໃຊ້ຫໍສະໝຸດນັ້ນ ກໍ່ຈະມີຄວາມແຕກຕ່າງກັນ ລະຫວ່າງນັກສຶກສາ ກັບປະຊາຊົນທົ່ວໄປ ຕະຫຼອດຮອດຊາວຕ່າງປະເທດ ໂດຍລາຍລະອຽດແມ່ນສາມາດເຂົ້າໄປພົວພັນກັບພາກສ່ວນຮັບຜິດຊອບໂດຍກົງ ເປັນຕົ້ນແມ່ນຜູ້ທີ່ສົນໃຈຢາກເຮັດບັດສະມາຊິກ ເຊິ່ງຕ້ອງມີບັດປະຈໍາຕົວ, ສໍາມະໂນຄົວ ແລະ ຮູບ ພ້ອມຄ່າໃຊ້ຈ່າຍເລັກນ້ອຍ ກໍ່ສາມາດຢືມປຶ້ມກັບເມືອອ່ານຢູ່ບ້ານໄດ້ ພາຍໃຕ້ການປະຕິບັດລະບຽບຂອງຫໍສະໝຸດທີ່ກໍານົດໄວ້. ແຜນການໃນຕໍ່ໜ້າ ຄະນະຮັບຜິດຊອບ ແມ່ນຈະເນັ້ນການພັດທະນາການບໍລິການໃຫ້ມີ ຄວາມສະດວກສະບາຍແກ່ນັກອ່ານທັງຫຼາຍ ເພື່ອດຶງດູດໃຫ້ຜູ້ອ່ານທັງພາຍໃນ ແລະ ຕ່າງປະເທດເຂົ້າມາຊົມໃຊ້ຫໍສະໝຸດແຫ່ງຊາດຫຼາຍກວ່າເກົ່າ. ພວກເຮົາຈະພະຍາຍາມຈັດພື້ນທີ່ການອ່ານ, ພື້ນທີ່ວາງສະແດງຮູບພາບໃຫ້ເປັນລະບຽບ ແລະ ຄົ້ນຫາງ່າຍ. ນອກຈາກນີ້, ຍັງກຽມສ້າງຫ້ອງພູມປັນຍາທ້ອງຖິ່ນ ແລະ ຫ້ອງທັດສະນະວັດສະດຸ ໄວ້ຄອຍບໍລິການຜູ້ທີ່ເຂົ້າມາອ່ານໜັງສືໃຜທີ່ຮູ້ສຶກອິດເມື່ອຍ ກໍ່ສາມາດເຂົ້າໄປຜ່ອນຄາຍຄວາມອິດເມື່ອຍໄດ້ທີ່ຫ້ອງດັ່ງກ່າວຈະມີການຟັງເພງ, ເບິ່ງສາລະຄະດີ, ເບິ່ງຮູບເງົາ ແລະ ອື່ນໆ ສະຖານທີ່ຫໍສະຫມຸດແຫ່ງຊາດ ຫລັງໃຫມ່ ຕັ້ງຢູ່ບ້ານຈອມມະນີເຫນືອ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ