ກອງປະຊຸມ ຄະນະວິຊາການຂົນສົ່ງທາງອາກາດ ອາຊຽນ (ATWG) ຄັ້ງທີ 36 ແລະ ກອງປະຊຸມຍ່ອຍທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນ ໃນວັນທີ 4 ກັນຍາ 2017 ຜ່ານມາ, ກອງປະຊຸມຈະດຳເນີນໄປເຖີງວັນທີ 7 ກັນຍາ 2017 ເປັນເວລາ 4 ວັນ ທີ່ໂຮງແຮມ ລາວພຣາຊາ ນະຄອນຫຼວງວຽງຈັນ, ຊຶ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມດັ່ງກ່າວແລ້ວ 3 ຄັ້ງ (ຄັ້ງທີ 33, 34, 35) ໂດຍການເປັນປະທານຂອງ ທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາຊາດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາ ຈາກ ສປ ຈີນ, ສ ເກົາຫຼີ, ສະຫະພາບເອີລົບ, ຍີ່ປຸ່ນ, ອິນເດຍ, ເຂດປົກຄອງພິເສດ ສປ ຈີນ, ສະຫະລັດອາເມລິກາ, ສະວິດສະແລນ ແລະ ລັດເຊຍ. ເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມກ່ຽວກັບການເປີດນ່ານຟ້າ ເສລີອາຊຽນ (ASEAN Single Aviation Market) ແມ່ນການກຳນົດມາດຕະຖານ ແລະ ລະບຽບການດ້ານການບິນພົນລະເຮືອນ ໃຫ້ມີຄວາມເປັນເອກະພາບ ແລະ ເປັນອັນໜຶ່ງອັນດຽວກັນ ພາຍໃຕ້ການດຳເນີນແຜນຍຸດທະສາດການຂົນສົ່ງທາງອາກາດອາຊຽນ ປີ 2016-2025 ເຊິ່ງເປັນໜຶ່ງໃນເປົ້າໝາຍອັນສຳຄັນ ເພື່ອບັນລຸແຜນດຳເນີນງານປະຊາຄົມເສດຖະກິດ-ອາຊຽນ (ASEAN Economic Community).
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຈະປຶກສາຫາລືກັນກ່ຽວກັບຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດການເປີດຕະຫຼາດການບິນດຽວອາຊຽນ ກໍ່ຄືນະໂຍບາຍການເປີດນ່ານຟ້າເສລີອາຊຽນ ໂດຍສະເພາະແມ່ນອົງປະກອບດ້ານເສດຖະກິດ ແລະ ເຕັກນິກ ສຳລັບການຂົນສົ່ງທາງອາກາດ ລະຫວ່າງ ປະເທດສະມາຊິກອາຊຽນດ້ວຍກັນ ແລະ ກັບບັນດາປະເທດຄູ່ເຈລະຈາ ເຊັ່ນ: ສປ ຈີນ, ສ ເກົາຫຼີ, ສະຫະພາບເອີລົບ, ຍີ່ປຸ່ນ, ອິນເດຍ, ເຂດປົກຄອງພິເສດ ສປ ຈີນ, ສະຫະລັດອາເມລິກາ, ສະວິດສະແລນ ແລະ ລັດເຊຍ ພ້ອມນີ້, ກອງປະຊຸມຍັງປຶກສາຫາລືກັນກ່ຽວກັບ ການຈັດຕັ້ງປະຕິບັດແຜນວຽກ ຂອງຄະນະວິຊາການຂົນສົ່ງທາງອາກາດອາຊຽນ ສົກປິ 2016-2017 ແລະ 2018-2019, ລວມທັງ ຮັບຟັງລາຍງານຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ ຄັ້ງທີ 43 ແລະ ກອງປະຊຸມທີ່ກ່ຽວຂ້ອງ. ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງ ການລາຍງານຜົນຂອງກອງປະຊຸມໂຕະມົນ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດການເປີດຕະຫຼາດການບິນດຽວອາຊຽນ.
ຄຽງຄູ່ກັນນັ້ນ, ກອງປະຊຸມຍັງຈະພິຈາລະນາ ແລະ ຮັບຮອງເອົາຮ່າງສຸດທ້າຍຂອງ ຂະແໜ່ງການບໍລິການຍ່ອຍການຂົນສົ່ງທາງອາກາດ ໝວດທີ 10 ພາຍໃຕ້ຂອບສັນຍາອາຊຽນ ວ່າດ້ວຍການບໍລິການ, ລວມທັງຂັ້ນຕອນ ແລະ ມາດຕະຖານ ການອອກອະນຸຍາດ ຖ້ຽວບິນປົກກະຕິ, ຖ້ຽວບິນຜ່ານ, ຖ້ຽວບິນມອບເໝົາ ແລະ ຖ້ຽວບິນພິເສດ.
ກອງປະຊຸມຄະນະວິຊາການຂົນສົ່ງທາງອາກາດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມຍ່ອຍທີ່ກ່ຽວຂ້ອງຄື: ກອງປະຊຸມຄະນະເຈລະຈາຂົນສົ່ງທາງອາກາດອາຊຽນ ຄັ້ງທີ 3 ຮອບທີ 9, ກອງປະຊຸມຍ່ອຍຄະນະວິຊາການຮ່ວມມືດ້ານເສດຖະກິດຂົນສົ່ງທາງອາກາດອາຊຽນ ຄັ້ງທີ 15, ກອງປະຊຸມຍ່ອຍຄະນະວິຊາການຮ່ວມມືດ້ານເຕັກນິກຂົນສົ່ງທາງອາກາດຄັ້ງທີ 15 ແລະ ກອງປະຊຸມສາຍການບິນອາຊຽນ ຄັ້ງທີ 32 ກອງປະຊຸມຄັ້ງນີ້ ຈະນຳໄປສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ ແລະ ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ ເພື່ອພິຈາລະນາຮັບຮອງໃນຕໍ່ໄປ.
Editor: ກຳປານາດ ລັດຖະເຮົ້າ