ເມື່ອບໍ່ດົນມານີ້ ທີ່ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ໄດ້ຈັດງານຖະແຫລງກ່ຽວກັບການກຽມເປີດງານມະຫາກຳສີມື ຫັດຖະກຳລາວ ຄັ້ງທີ 16 ເຊີ່ງຈະໄດ້ຈັດຂື້ນໃນ ລະຫວ່າງ ວັນທີ 14-22 ຕຸລາ 2017 ທີ່ຈະມາຮອດມາເຖິງ. ທີ່ສູນການຄ້າລາວ-ໄອເຕັກ ຕຶກເກົ່າ ນະຄອນຫຼວງວຽງຈັນ ເຊິ່ງຜູ້ຈັດງານຄາດວ່າ ຈະມີຜູ້ເຂົ້າຮ່ວມ 240ກວ່າຫ້ອງ
ພິທີຖະແຫຼງຂ່າວການຈັດມະຫາກຳສີມືຫັດຖະກຳລາວ ຄັ້ງທີ 16 ປີ 2017 ຄັ້ງນີ້, ໂດຍການເປັນປະທານຂອງ ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາສື່ມ່ວນຊົນເຂົ້າຮ່ວມ
ໃນພິທີ ທ່ານ ຫານຊະນະ ສີສານ ກ່າວວ່າ ງານວາງສະແດງສິນຄ້າຫັດຖະກໍາລາວ ເປັນບຸນປະເພນີປະຈຳ ທີຍິ່ງໃຫ່ຍຂອງປວງຊົນລາວທັງຊາດ, ທັງຍັງເປັນການສົ່ງເສີມການຕະຫຼາດໃຫ້ແກ່ຊາວຊ່າງຫັດຖະກຳລາວ ໃນເຂດຊົນນະບົດ, ເຕົ້າໂຮມຄວາມສາມັກຄີຊາວຊ່າງຫັດຖະກຳທຸກຊົນເຜົ່າ ແລະ ທຸກໆທ້ອງຖິ່ນໃນທົ່ວປະເທດ ເພື່ອພ້ອມກັນອານຸລັກຫັດຖະກຳລາວ, ເສີມຂະຫຍາຍພູມປັນຍາທາງດ້ານຫັດຖະກຳ, ຊຸດຕົ້ນທ່າແຮງທາງດ້ານຫັດຖະກຳທ້ອງຖິ່ນ. ເສີມຂະຫຍາຍພູມປັນຍາທາງດ້ານຫັດຸະກຳຊົນເຜົ່າ ໃຫ້ມີຄວາມຫລາກຫລາຍ, ມີຄວາມສວຍງາມປາເນດ ແຕ່ຍັງຄົງຮັກສາຄວາມສວຍງາມໃນແບບຊົນເຜົ່າ, ຂອງທ້ອງຖີ່ນ,
ນອກນັ້ນ, ຍັງເປັນການສ້າງຖອກາດໃຫ້ຊາວຊ່າງຫັດຖະກໍາ ໄດ້ພົບປະລູກຄ້າ ແລະ ຄູ່ຮ່ວມງານ ເປັນການສະຫນັບສະຫນູນ ປີທ່ອງທ່ຽວລາວ 2018 ສ້າງລາຍການທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ, ພ້ອມທັງເປັນໂອກາດ ໃນການເປີດຕະຫລາດ ໃຫ້ມີຄວາມກວ້າງຂວາງ ສາມາດສ້າງລາຍຮັບໃຫ້ຊາວຫັດຖະກຳ ຊາວບ້ານ ແລະ ຊ່ວຍເຫລືອເຂົາເຈົ້າໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ, ພາຍໃນງານ ກໍ່ຍັງຈະມີກິດຈະກຳທີ່ຫລາກຫລາຍ ເຊັ່ນ: ການປະກວດແຂ່ງຂັນຜະລິດຕະພັນທີ່ດີເດັ່ນ, ການສາທິດການຜະລິດ, ການສະແດງແບບເສື້ອຜ້າອາພອນລາວ, ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 16 ແມ່ນຈະໄດ້ໄຂຂື້ນ ເປັນເວລາ 9 ວັນ ນັບແຕ່ວັນທີ 14-22 ຕຸລາ 2017. ທີ່ສວນການຄ້າລາວໄອເຕັດ, ນະຄອນຫລວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ