ປະຊາຊົນສອງຟາກຝັ່ງແມ່ນໍ້າຂອງ ລະຫວ່າງ ບ້ານນາສັກ ເມືອງປາກລາຍ – ບ້ານໂຄກເຂົ້າດໍ, ເມືອງຊະນະຄາມ ແຂວງວຽງຈັນ ກໍຄືຜູ້ສັນຈອນຜ່ານເສັ້ນທາງດັ່ງກ່າວ ດີໃຈຫາອັນປຽບບໍ່ໄດ້ ທີ່ທາງຂັ້ນເທິງໄດ້ກໍສ້າງຂົວຂ້າມນໍ້າຂອງແຫ່ງດັ່ງກ່າວໄດ້ເລັດແລ້ວ ເພາະຕະຫຼອດໄລຍະຫຼາຍເຊັ່ນຄົນທີ່ຜ່ານມາ ການເດິນທາງຜ່ານຈຸດດັ່ງກ່າວແມ່ນມີຄວາມຫຍຸ້ງຍາກ ຊັກຊ້າຫຼາຍ.
ຂົວຂ້າມນໍ້າຂອງດັ່ງກ່າວ ແມ່ນໄດ້ສ້າງສຳເລັດແລ້ວຕັ້ງແຕ່ ເດືອນເມສາ 2017 ແລ້ວ ແຕ່ວ່າເພື່ອຄວາມປອດໄພ, ໝັ້ນຄົງ ແລະ ສວຍງາມ ທາງຄະນະກຳມະການການກໍ່ສ້າງຂົວ ໄດ້ໃຫ້ມີການປູຢາງຂົ້ວຕື່ມອີກຊັ້ນໜຶ່ງ ພ້ອມກັບທາສີໃໝ່ ເຊິ່ງປະຊາຊົນ ຈະໄດ້ນຳໃຊ້ພາຍໃນເດືອນກັນຍານີ້ ສ່ວນວ່າພິທີເປີດການນຳໃຊ້ຢ່າງເປັນທາງການ ຈະຈັດຂຶ້ນໃນເດືອນຕຸລາ 2017 ທີ່ຈະມາເຖິງນີ້.
Editor: ກຳປານາດ ລັດຖະເຮົ້າ