ສະໂມສອນ ວັດທະນະທຳສິນໄຊ ແມ່ນສະໂມສອນທີ່ເຄື່ອນໄຫວດ້ານວັດທະນະທຳ ສຳລັບໄວຫນຸ່ມ ພາຍໃຕ້ການຊີ້ນຳ-ນຳພາ ຂອງວາລະສານ-ວັນນະສິນ ທີ່ຂື້ນກັບກົມພິມຈຳຫນ່າຍ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ຊຸດອົບຮົມວັດທະນະທຳ ດັ່ງກ່າວໄດ້ຈັດຂື້ນ ມາແຕ່ກາງເດືອນສິງຫາ ທີ່ຜ່ານ ນັກສຳມະນາກອນ ລວມທັງພະສົງສະມະເນນ ແລະ ໄວຫນຸ່ມ ເຂົ້າຮ່ວມໂຄງການທັງໝົດ 100 ກວ່າທ່ານ. ແລະ ເມື່ອບໍ່ດົນມານີ້ ຊຸດອົບຮົມດັ່ງກ່າວ ແມ່ນໄດ້ອັດລົງຢ່າງເປັນທາງການ, ການຝຶກອົບຮົມວັດທະນະທຳສິນໄຊ ປະຈຳປີ 2017 ມີນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມ 100 ກວ່າຄົນ, ໃນນັ້ນພະສົງ 25 ອົງ, ໂດຍໄດ້ມີການແບ່ງການຝຶກອົບຮົມອອກເປັນປະເພດ ຄື: ຝຶກແຕ່ງເລື່ອງສັ້ນ ຈຳນວນ 32 ຄົນ, ຍິງ 8 ຄົນ, ພະສົງ 13 ອົງ, ຝຶກແຕ່ງກາບກອນ ມີ 23 ຄົນ, ຍິງ 4 ຄົນ, ພະສົງ 13 ອົງ. ຝຶກຍ່າງແບບ ຫລື ສະແດງແບບເຄື່ອງນຸ່ງ ແລະ ການຟ້ອນ ມີຈຳນວນ 45 ຄົນ, ຍິງ 28 ຄົນ, ຝຶກກ່ຽວກັບດົນຕຣີພື້ນເມືອງລາວ ( ແຄນ, ຊໍ ແລະ ຂຸ່ຍ ) ມີ 9 ຄົນ, ຍິງ 3 ຄົນ. ສຳລັບກິດຈະກຳຂອງສະໂມສອນ ແລະ ວິຊາທີ່ນຳມາຝຶກອົບຮົມ ປະກອບມີ: ວັດທະນະທຳລາວ, ມາລະຍາດສັງຄົມ, ການສະແດງແບບເຄື່ອງນຸ່ງ, ການຟ້ອນ, ການຮ້ອງເພງ, ການແຕ່ງເພງ, ການແຕ່ງເລື່ອງສັ້ນ, ການແຕ່ງກາບກອນ, ການແຕ້ມຮູບ, ການສະແດງລະຄອນ, ການຝຶກເປັນພິທີກອນ ແລະ ອື່ນໆ, ນອກຈາກຝຶກອົບຮົມວິຊາຕ່າງໆທີ່ກ່າວມາແລ້ວ ຜູ້ເຂົ້າຮ່ວມຝຶກອົບຮົມ ຍັງຈະໄດ້ຮັບຟັງປາຖະກາຖາ ກ່ຽວກັບການປະດິດຄິດແຕ່ງບົດປະພັນວັນນະຄະດີ, ວັດທະນະທຳການນຸ່ງຖື, ມາລະຍາດໃນສັງຄົມ, ມີໂອກາດພົບກັບນັກສະແດງນາງແບບ-ນາຍແບບຈາກສະໂມສອນສິນໄຊ ທີ່ຜ່ານການຝຶກອົບຮົມ ແລ້ວປະສົບຜົນສຳເລັດໃນການປະກອບອາຊິບຂອງຕົນ.
ໃຫ້ກຽດເປັນປະທານມອບໃບຢັ້ງຢືນແກ່ນັກສຳມະນາກອນ ຄັ້ງນີ້ ໂດຍ ທ່ານ ໂອທອງ ຄຳອິນຊູ ຫົວຫນ້າສະໂມສອນວັດທະນະທຳ ສິນໄຊ.
Editor: ກຳປານາດ ລັດຖະເຮົ້າ