ໂດຍປະຕິບັດຕາມມະຕິ 10 ຂອງພັກປະຊາຊົນ ປະຕິວັດລາວ ກ່ຽວກັບການບຸກທະລຸໃນການພັດທະນາຊັບພະຍາກອນມະນຸດ ກໍ່ຄືແຜນຍຸດທະສາດແຫ່ງການພັດທະນາຊັບພະຍາກອນມະນຸດຂອງສານປະຊາຊົນ ທີ່ກໍານົດໄວ້ໃນ 5 ແຜນງານ 21 ໂຄງການ ໂດຍສະເພາະແມ່ນແຜນງານທີ 2ເລັ່ງໃສ່ການຍົກລະດັບ ຄວາມຮູ້ຄວາມສາມາດ ຂອງພະນັກງານສານປະຊາຊົນ ໃນການຄົ້ນຄວ້າພິຈາລະນາຄະດີ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ ແລະ ເປັນທໍາ ທັງເປັນການຮັບປະກັນສິດ ໃນການບໍາລຸງຕາມທີ່ໄດ້ກໍານົດໄວ້ໃນກົດມາຍ
ດັ່ງນັ້ນ ໃນວັນທີ 4 ກັນຍາ 2017 ຜ່ານມານີ້, ຢູ່ສະໂມສອນຫ້ອງວ່າການເມືອງເຊໂປນແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ປື້ມຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການດໍາເນີນຄະດີເດັກຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານວົງໄຊ ໄຊຍະຈັກ ຮອງເຈົ້າເມືອງເຊໂປນ, ທ່ານ ຈັນທະລີ ດວງວິໄລ ຜູ້ພິພາກສາ, ຫົວໜ້າຄະນະສານແຮງງານຂອງສານປະຊາຊົນສູງສຸດ, ເຂົ້າຮ່ວມມີບັນດາທ່ານທີ່ມາຈາກສານປະຊາຊົນ,ອົງການໄອຍະການປະຊາຊົນ, ປ.ກ.ສ,ຫ້ອງການຍຸຕິທໍາ, ແຮງງານແລະພາກສ່ວນອື່ນທີ່ກ່ຽວຂ້ອງເຂົ້າຮ່ວມ 65 ຄົນ.
ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ມີປື້ມຄູ່ມືແນະນໍາກ່ຽວກັບພາບລວມການແກ້ໄຂຄະດີເດັກ,ປື້ມຄູ່ມືແນະນໍາສໍາລັບການໄກ່ເກັ່ຍຄະດີເດັກ, ປືມຄູ່ມືແນະນໍາສໍາລັບທະນາຍຄວາມຫຼືຜູ້ປົກປ້ອງຄົນອື່ນ, ປື້ມຄູ່ມືສໍາລັບອົງການສຶບສວນສອບສວນ, ປື້ມຄູ່ມືສໍາລັບນັກສັງຄົມສົງເຄາະ ແລະ ຜູ້ປະສານງານອື່ນໆ, ປື້ມຄູ່ມືອົງການໄອຍະການ, ປື້ມຄູ່ມືສໍາລັບສານເດັກຫຼືຄະນະສານເດັກ, ປື້ມຄູ່ມືສໍາລັບ ຜູ້ຮັບຜິດຊອບຄວບຄຸມດູແລ ແລະ ການສຶກສາອົບຮົມເດັກກະທໍາຜິດ, ປື້ມຄູ່ມືສໍາລັບສິດທິຂອງເດັກທີ່ລະເມີດກົດໝາຍ, ປື້ມຄູ່ມືສໍາລັບສິດທິຂອງເດັກທີ່ເປັນຜູ້ຖືກເຄາະຮ້າຍຫຼືເປັນພະຍານກອງປະຊຸມດັ່ງກ່າວແມ່ນດໍາເນີນເປັນ 5 ວັນ ນັບແຕ່ວັນທີ 4-8 ກັນຍາ ຈຶ່ງສໍາເລັດ 100%, ທັງນີ້ກໍເພື່ອປະຕິບັດຕາມທິດທາງແຜນການໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນວຽກງານບໍາລຸງກໍ່ສ້າງພະນັກງານ, ຕອບສະໜອງວຽກງານສະເພາະໜ້າ ແລະ ຍາວນານຕາມທີ່ໄດ້ກໍານົດໄວ້ໃນແຜນແມ່ບົດສ້າງລັດແຫ່ງກົດໝາຍ, ເປັນການພັດທະນາຊັບພະຍາກອນມະນຸດ ທີ່ເຮັດວຽກງານໃນຂົງເຂດແກ້ໄຂຄະດີເດັກ ໃຫ້ມີຄວາມເປັນເອກະພາບ ແລະ ໄປໃນທິດທາງດຽວກັນໃນການແກ້ໄຂຄະດີເດັດກະທໍາຜິດ, ເຮັດໃຫ້ຜູ້ເຂົ້້າຮ່ວມມີຄວາມຮູ້ ແລະ ເຂົ້າໃຈຢ່າງເລີກເຊີ່ງກັບຫລັກການ,ວີທີການແລະຂັ້ນຕອນໃນການແກ້ໄຂຄະດີເດັກ, ເປັນການເຜີຍແຜ່ກົດໝາຍວ່າດ້ວຍການດໍາເນີນຄະດີໃຫ້ສັງຄົມຮັບຮູ້, ນໍາໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ເນື້ອໃນກົດໝາຍດັ່ງກ່າວ, ເປັນການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການນໍາໃຊ້ກົດໝາຍວ່າດ້ວຍກໍາເນີນຄະດີມີຄວາມສອດຄອງຖືກຕ້ອງກັບສະພາບຄວາມເປັນຈິ່ງໃນປະຈຸບັນ.
Editor: ກຳປານາດ ລັດຖະເຮົ້າ