ກອງປະຊຸມປຶກສາຫາລື ເພື່ອກະກຽມປະກາດເມືອງທ່າແຕງ ຄົບຮອບ 25 ປີ, ໄດ້ຈັດຂື້ນ ເມື່ອບໍ່ດົນຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ ປົກຄອງເມືອງທ່າແຕງ, ແຂວງເຊກອງ. ໂດຍເປັນປະທານຂອງ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າແຕງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ອະນຸຂະບວນການຕ່າງໆ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ສຸກັນ ຈັນສີປະເສີດ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງ ເມືອງທ່າແຕງ, ຫົວໜ້າກອງເລຂາກະກຽມງານສະເຫຼີມສະຫຼອງເມືອງ ໄດ້ຂື້ນລາຍງານຜົນສໍາເລັດບາງໜ້າວຽກຂອງການກະກຽມງານສະເຫຼີມສະຫຼອງເມືອງທ່າແຕງ ຄົບຮອບ 25 ປີ ( ວັນທີ 8 ມັງກອນ 1993 ຫາ ວັນທີ 8 ມັງກອນ 2018 ) ທີ່ຈະມາເຖິງນີ້, ເຊິ່ງພາຍຫຼັງໄດ້ຮັບການແຕ່ງຕັ້ງອະນຸຂະບວນການຕ່າງໆຂື້ນ ແລະ ໄດ້ຖືກຈັດຕັ້ງປະຕິບັດໃນໄລຍະ 8 ເດືອນຜ່ານມາ. ເຊິ່ງມີຜົນສໍາເລັດຫຼາຍດ້ານເປັນຕົ້ນ: ການປະກອບບຸກຄະລາກອນ,ຄວາມຮັບຜິດຊອບຂອງແຕ່ລະອະນຸຄື: ອະນຸເນື້ອໃນຮັບຜິດຊອບມີ 9 ໜ້າວຽກ,ອະນຸເສດຖະກິດມີ 4 ໜ້າວຽກ, ອະນຸຂະບວນການມີ 8 ໜ້າວຽກ,ອະນຸແຂ່ງຂັນຍ້ອງຍໍມີ 3 ໜ້າວຽກ ແລະ ອະນຸປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີ 3 ວຽກໃຫ່ຍ, ສ່ວນທິດທາງ 4 ເດືອນທ້າຍປີ 2017 ນີ້ ອະນຸເນື້ອໃນ ຈະສືບຕໍ່ເກັບກໍາຂໍ້ມູນ, ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງບໍ່ທັນສໍາເລັດ, ອະນຸເສດຖະກິດ ສືບຕໍ່ປຸກລະດົມງົບປະມານນໍາບັນດາ ວິສາຫະກິດ,ບໍລິສັດ,ພໍ່ແມ່ປະຊາຊົນ ໃຫ້ສໍາເລັດໃນເດືອນກັນຍານີ້,ເບີກຈ່າຍ ແລະ ຕິດຕາມງົບປະມານເຂົ້າໃນແຕ່ລະໜ້າວຽກ ໃຫ້ສອດຄ່ອງກັບຕົວຈິງ, ປຸກລະດົມພໍ່ແມ່ປະຊາຊົນແຕ່ລະເຂດຈຸດສຸ່ມພັດທະນາພາຍໃນເມືອງ, ຜູ້ປະກອບການ,ນັກທຸລະກິດ ເຂົ້າມາວາງສິນຄ້າ ( ຈັດເປັນຕະຫຼາດນັດ ),ວຽກງານຂະບວນການ ສືບຕໍ່ຈັດຕັ້ງປະຕິບັດ ບັນດາໜ້າວຽກທີ່ຮັບຜິດຊອບໃຫ້ມີ ຜົນສໍາເລັດກ່ອນເດືອນ ທັນວາ 2017 ນີ້ ເພື່ອເປັນຂະບວນການຕ້ອນຮັບວັນສໍາຄັນຕ່າງໆ ຂອງຊາດຄື: ວັນຄູແຫ່ງຊາດ( ທີ 7 ຕຸລາ 2017,ວັນຊາດທີ 2 ທັນວາ ໃຫ້ເປັນຂະບວນການຝົດຟື້ນ. ງານສະເຫຼີມສະຫຼອງສ້າງຕັ້ງເມືອງ ທ່າແຕງຄັ້ງນີ້ ຄາດຄະເນຈະໃຊ້ງົບປະມານ ຕົວຈິງ 2 ຮ້ອຍ 50 ລ້ານກີບ.
ໂອກາດນີ້ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ - ເມືອງທ່າແຕງ ໄດ້ຮຽກຮ້ອງໃຫ້ການນໍາເມືອງທ່າແຕງ,ອະນຸແຕ່ລະຂະບວນການ ພ້ອມພາກສ່ວນກ່ຽວຂ້ອງ ຈົ່ງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຢ່າງສູງ, ສະນັ້ນ ຄະນະຊີ້ນໍາແຕ່ລະອະນຸຕ້ອງລົງຊີ້ນໍາ-ນໍາພາວຽກງານ ທີ່ຍັງບໍ່ທັນສໍາເລັດ,ຫົວໜ້າອະນຸທຸກໆອະນຸ ຕ້ອງມີການປະສານສົມທົບຢ່າງລະອຽດຈະແຈ້ງ ພາຍໃນຄະນະຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານເປັນປົກກະຕິຕໍ່ເນື່ອງ,ທຸກໆ 1 ເດືອນ ຕ້ອງລາຍງານຜົນສໍາເລັດຂອງແຕ່ລະອະນຸໃຫ້ຂັ້ນເທິງ,ຈັດກອງປະຊຸມລາຍງານຜົນສໍາເລັດໃຫ້ຄະນະນໍາຂັ້ນເມືອງຮັບຮູ້ ແລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດໃນເດືອນຕໍ່ໄປ, ນອກຈາກນີ້ ຕ້ອງສືບຕໍ່ປຸກລະດົມບັນດາວິສາຫະກິດ, ບໍລິສັດ, ພໍ່ແມ່ປະຊາຊົນປະກອບສ່ວນທືນຮອນ ເພື່ອເຮັດໃຫ້ງານສະເຫຼີມສະຫຼອງເມືອງທ່າແຕງ ຄົບຮອບ 25 ປີ ໄດ້ມີຜົນສໍາເລັດຕາມແຜ່ນການທີ່ວາງໄວ້.
Editor: ກຳປານາດ ລັດຖະເຮົ້າ