ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປີ (9/9/2002-9/9/2017) ໃນວັນທີ 5 ກັນຍາ 2017, ຢູ່ຫໍວັດທະນະທໍາແຫ່ງຊາດ. ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາ ທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຕະຫລອດເຖິງອົງການຈັດຕັ້ງ ຕ່າງໆ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ຖັນແຖວນັກຮົບເກົ່າ ໃນທົ່ວປະເທດ ມີຄວາມປື້ມປິຕິຊົມຊື່ນ ເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບພັກລັດ ແລະ ປະຊາຊົນບັນດາເຜົ່າ ຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຄົບຮອບ 15 ປີ ຂື້ນ. ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ເອກອ້າງທະນົງໃຈ ຕາມໝາກຜົນພາລະກິດການປ່ຽນແປງໃຫມ່ ກໍຄື ການຈັດຕັ້ງຜົນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແຜນພັດທະນາ ເສດຖະກິດ - ສັງຄົມຂອງຊາດ 5 ປີ, ຄັ້ງທີ 8 ສ້າງຜົນງານຂໍ່ານັບຮັບຕ້ອນ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ ທີ່ຈະມາເຖິງ ແລະ ວັນປະຫວັດສາດສໍາຄັນອື່ນໆ ຢ່າງເປັນຂະບວນຟົດຟື້ນ.
ໃນໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຍົກໃຫ້ເຫັນເຖິງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ທີ່ຍາດມາໄດ້ຕະຫລອດ 15 ປີຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາ ຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ, ຄວາມເອົາໃຈໃສ່ຊີ້ນໍາຂອງຄະນະພັກ, ອົງການປົກຄອງທ້ອງຖີ່ນ ແຕ່ລະຂັ້ນ, ການສະໜັບສະໜູນອຸ້ມຊູຊ່ວຍເຫລືອ ຂອງບັນດາກະຊວງ-ອົງການ ແລະ ຊັ້ນຄົນຕ່າງໆ ໃນສັງຄົມ.
ສະຫະພັນນັກຮົບເກົ່າແຫ່ງຊາດ ໄດ້ຮັບການປັບປຸງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຫັນລົງຮາກຖານ ເກັບກໍາຄວາມຄິດຄວາມເຫັນ ກໍຄືສະພາບການເມືອງແນວຄິດ ຂອງຖັນແຖວສະມາຊີກ ແລະ ຈັດຕັ້ງສຶກສາ ອົບຮົມການເມືອງນໍາພາແນວຄິດ ແກ້ໄຂຄວາມຂັດຂ້ອງໝອງໃຈ ດວ້ຍຫລາຍຮູບຫລາຍວິທີ, ໄດ້ສົມທົບຮັດແໜ້ນກັບບັນດາກະຊວງ, ອົງການ ແລະ ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ປັບປຸງນັກຮົບເກົ່າແຕ່ຂັ້ນສູນກາງ ຮອດທ້ອງຖີ່ນ ຕິດພັນກັບການຈັດຕັ້ງ ດໍາເນີນກອງປະຊຸມໃຫຍ່ຜູ້ແທນຂອງຕົນ ແລະ ອື່ນໆ.
ປັດຈຸບັນ ທົ່ວປະເທດມີຈໍານວນນັກຮົບເກົ່າທັງໜົດ 75.382 ທ່ານ ແລະ ເຂົ້າເປັນສະມາຊີກ ນັກຮົບເກົ່າແລ້ວ 57.746 ທ່ານ (ທຽບໃສ່ໄລຍະຕົ້ນການສ້າງຕັ້ງ ເພີ່ມຂຶ້ນ 26%), ມີນັກຮົບເກົ່າ ຂັ້ນເມືອງ 148 ເມືອງ, ສະຫະພັນນັກຮົບເກົ່າ ຂັ້ນແຂວງ 17 ແຂວງ ແລະ 1 ນະຄອນຫລວງ.
ໃນໂອກາດອັນສໍາຄັນນີ້ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຂື້ນກ່ວາ ສູນທອນພົດ ໃນການ ສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປີ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ