ການຜະລິດຜັກປອດສານພິດ ມີສອງມາດຖານ ຄື: ການຜະລິດພືດຜັກສະອາດ ຫລື ເອີ້ນວ່າ ພືດຜັກ ຈີ ເອ ຟີ ແລະ ການຜະລິດພືດຜັກອິນຊີ ຫລື ເອີ້ນວ່າ ພືດຜັກອໍແກນິກ.
ທ່ານ ຄໍາອ້ວນ ຄໍາພູແກ້ວ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໃຫ້ຮູ້ວ່າ: ນັບແຕ່ປີ 2015 ເປັນຕົ້ນມາ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ເກັບກໍາຂໍ້ມູນກ່ຽວກັບການຜະລິດຜັກອິນຊີ ຕິດພັນກັບການຕະຫລາດຢູ່ນະຄອນຫລວງວຽງຈັນ, ເພື່ອແນ່ໃສ່ຊຸກຍູ້ສົ່ງເສີມກຸ່ມປູກຜັກອິນຊີໃນການຜະລິດອາຫານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດ ແລະ ສ້າງລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ການຊຸກຍູ້ສົ່ງເສີມການຜະລິດຜັັກອິນຊີເປັນສິນຄ້າ, ໂດຍຖືເອົາຕະຫລາດເປັນແຮງດຶງດູດ ແລະ ເອົາການສົ່ງເສີມເປັນແຮງຍູ້ໃນການຂັບເຄື່ອນການຜະລິດຕາມກົນໄກເສດຖະກິດຕະຫລາດ, ໂດຍມີການສົ່ງເສີ່ມຈັດຕັ້ງກຸ່ມການຜະລິດ ແລະ ກຸ່ມບໍລິການຕະຫລາດ ລວມທັງການພັດທະນາລະບົບການສົ່ງເສີມ, ລະບົບການກວດສອບ ໂດຍການຮ່ວມກັບແຂວງ, ເມືອງ ແລະ ກຸ່ມ, ໃນນັ້ນ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ມີໜ້າທີ່ຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມການຈັດຕັ້ງການຜະລິດໃຫ້ເປັນກຸ່ມ, ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມທາງດ້ານການຄຸ້ມຄອງບໍລິຫານກຸ່ມ ແລະ ດ້ານເຕັກນິກວິຊາການ, ວຽກງານການຕະຫລາດ, ບັນຊີການເງິນຂອງກຸ່ມ, ກອງທຶນ ແລະ ວຽກງານທຸລະກິດກະສິກໍາ.
ກຸ່ມປູກຜັກອິນຊີ ທີ່ໄດ້ນໍາຜົນຜະລິດເຂົ້າມາຈໍາໜ່າຍ ໃນນະຄອນຫລວງວຽງຈັນມີທັງໝົດ 11 ກຸ່ມຄື: ກຸ່ມທ່າຊ້າງເມືອງປາກງື່ມ, ກຸ່ມຊຽງດາ ແລະ ກຸ່ມນາສ້າງໄຜ່ເມືອງໄຊເສດຖາ, ກຸ່ມຊາຍຟອງເໜືອ ແລະ ກຸ່ມໂຄກຊາຍເມືອງຫາດຊາຍຟອງ, ກຸ່ມໂນນແຕ້, ກຸ່ມທົ່ງມັ່ງ ແລະ ກຸ່ມສົມສະຫວັນເມືອງໄຊທານີ, ກຸ່ມໜອງດາເມືອງສີໂຄດຕະບອງ, ກຸ່ມໂພນແກ້ວເມືອງນາຊາຍທອງ ແລະ ກຸ່ມບຸ່ງພ້າວເມືອງທຸລະຄົມແຂວງວຽງຈັນ ແລະ ຕະຫລາດນັດພືດຜັກອິນຊີໃນປັດຈຸບັນມີຄື: ສວນເຈົ້າຟ້າງຸ່ມ ເປີດຂາຍວັນຈັນ ແລະ ວັນພະຫັດ, ເດີ່ນພະທາດຫລວງເປີດຂາຍໃນວັນພຸດ ແລະ ເສົາ, ຕໍ່ໜ້າສູນການຄ້າວຽງຈັນເຊັນເຕີເປີດວັນພຸດ ແລະ ວັນອາທິດ ແລະ ຫ້ວຍຫົງ ເປີດວັນເສົາ. ໃນປັດຈຸບັນ ຕະຫລາດກະສິກໍາອິນຊີ ຢູ່ໃນນະຄອນຫລວງວຽງຈັນໄດ້ເປັນທີ່ຍອມຮັບຈາກສັງຄົມຫລາຍຂຶ້ນ ແລະ ຜູ້ບໍລິໂພກພືດຜັກອິນຊີມີຈໍານວນເພີ່ມຂຶ້ນ, ເນື່ອງຈາກວ່າພືດຜັກອິນຊີແມ່ນຜັກທີ່ປູກໂດຍບໍ່ໃສ່ສານເຄມີ ເຮັດໃຫ້ຜູ້ຜະລິດ ແລະ ຜູ້ບໍລິໂພກມີຄວາມປອດໄພ ແລະ ຍັງຕອບສະໜອງໄດ້ຕາມນະໂຍບາຍການຜະລິດກະສິກໍາສີຂຽວ, ປອດສານພິດ ແລະ ເປັນມິດຕໍ່ສິ່ງແວດລ້ອມ ແລະ ການບໍລິໂພກຜັກອິນຊີ ແມ່ນເຮັດໃຫ້ຮ່າງກາຍມີສຸຂະພາບແຂງແຮງດີ.
ປັດຈຸບັນຕະຫລາດພືດຜັກອິນຊີຍັງມີການເຄື່ອນທີ່, ຊຶ່ງພາກລັດກໍາລັງຄົ້ນຄວ້າ ແລະ ປຶກສາຫາລື ເພື່ອຍົກລະດັບຄວາມຮູ້ຄວາມສາມາດດ້ານການຜະລິດ, ການຫຸ້ມຫໍ່, ລະບົບການກວດສອບ, ການພັດທະນາກອງທຶນ ແລະ ການພັັດທະນາຕະຫລາດ, ດັ່ງນັ້ນການສົ່ງເສີມການຜະລິດຜັດອິນຊີເປັນສິນຄ້າ ຈຶ່ງຮຽກຮ້ອງມາຍັງຜູ້ທີ່ມີຄວາມສົນໃຈ ເພື່ອພ້ອມກັນພັດທະນາການຜະລິດຜັກອິນຊີເປັນສິນຄ້າ ຕາມທິດການພັດທະນາກະສິກໍາສີຂຽວ, ປອດສານພິດ ແລະ ເປັນມິດຕໍ່ສິ່ງແວດລ້ອມໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.
Editor: ຕະວັນ ແສງສະຫວັນ