ມື້ທາງລາຍການໄດ້ຈັບຍົກຈາກການນຳສະເຫນີຂອງຫນັງສືພິມລາວພັດທະນາ ມານຳສະເຫນີໃນເລື່ອງນີ້ ຊຶ່ງໃນໄລຍະຜ່ານມານີ້, ເຖິງວ່ານະຄອນຫລວງວຽງຈັນເຮົາ ໄດ້ຮັບການສ້າງສາ ແລະ ພັດທະນາດີຂຶ້ນຫລາຍດ້ານ, ຖະໜົນຫົນທາງ, ເຮືອນຊານບ້ານຊ່ອງ, ຮ້ານຄ້າຮ້ານຂາຍລະດັບໃຫຍ່ໄດ້ເກີດຂຶ້ນເໝືອນດັ່ງດອກເຫັດ ອັນໄດ້ເຮັດໃຫ້ໂສມໜ້ານະຄອນຫລວງນັບມື້ຮຸ່ງເຮືອງ. ແຕ່ຄຽງຄູ່ກັນນັ້ນ ກໍມີຫາງສຽງຈົ່ມຫລາຍຂອງສັງຄົມຕໍ່ສະພາບເສັ້ນທາງຫລວງໃນຕົວເມືອງເຫັນວ່ານັບມື້ເປ່ເພ ແລະ ຊຸດໂຊມລົງຫລາຍ ເບິ່ງມ່ອງໃດບ່ອນໃດ ກໍເປັນບວກເປັນຂຸມ ຈົນບາງບ່ອນກໍເກືອບຈະບໍ່ສາມາດນຳໃຊ້ໄດ້ແລ້ວ ແລະ ຈົນຈະບໍ່ມີບ່ອນຈະຕາບຈະຈູດ, ຖ້າເອົາດິນມາຖົມ ກໍຍິ່ງຈະເປັນເບື່ອມເປັນຕົມເມື່ອມີຝົນຕົກລົງມາ ແລະ ຖ້າແດດອອກກໍໄງ່ໄປທົ່ວເມືອງ.
ແຕ່ສະພາບຮ້າຍແຮງນີ້ ຫາງສຽງສັງຄົມສ່ວນຫລາຍໃຫ້ເຫດຜົນວ່າ: ຍ້ອນການກໍ່ສ້າງບັນດາເສັ້ນທາງນັ້ນຂາດຄຸນນະພາບ, ແຕ່ຜູ້ກວດກາກໍຜ່ານໄປ ແລະ ຍ້ອນງົບກໍ່ສ້າງມີການບິແບ່ງຫລາຍພູດຫລາຍຕ່ອນ ແລະ ຕໍ່ສະພາບແນວນີ້ ເຮົາຈະແກ້ໄຂແນວໃດ ? ນັ້ນແມ່ນຄຳຖາມໃຫຍ່ຕັ້ງໃຫ້ຂະແໜງການກ່ຽວຂ້ອງຕ້ອງໄດ້ຄົ້ນຄິດ, ບໍ່ຄວນຈະຕອບງ່າຍໆວ່າ: “ຍາມຝົນແປງບໍ່ໄດ້ ແລະ ຕົກແລ້ງມາພັດວ່າຂາດງົບ ແລະ ອື່ນໆ” ຖ້າເປັນແນວນີ້ ສະພາບເສັ້ນທາງເປ່ເພນັບມື້ຍິ່ງຈະຮ້າຍແຮງຂຶ້ນທຸກທີ ເມື່ອຮອດເວລານັ້ນໂສມໜ້າຂອງນະຄອນຫລວງເຮົາຈະເປັນແນວໃດ ?
ຖ້າເວົ້າເລື່ອງຈະເຮັດໃໝ່ກໍດັ່ງເສັ້ນທາງຕານມີໄຊ, ໜອງບຶກ, ໜອງພະຍາ ກໍເຮັດມາເປັນປີແລ້ວ ແຕ່ກໍຍັງບໍ່ໄປບໍ່ມາ, ດົນໆຈຶ່ງເຫັນລົດຈົກດ້າມຄັນອອກຈົກຮ່ອງລະບາຍນ້ຳແລ້ວກໍປະປ່ອຍໄປ ເຮັດໃຫ້ການສັນຈອນໄປມາຂອງປະຊາຊົນໃນເຂດດັ່ງກ່າວພົບຄວາມຫຍຸ້ງຍາກເປັນທີ່ສຸດ ຫລາຍຄອບຄົວກໍຈົນໄດ້ກ່າຍຂົວເຂົ້າເຮືອນຕົນເອງ ແລະ ຜູ້ຂາຍເຄື່ອງຢູ່ເຂດນັ້ນກໍພຽງໄດ້ອ້າປາກກິນຂີ້ຝຸ່ນ ແລະ ຕົບຮີ້ນຕົບຍຸງຢູ່ເທົ່ານັ້ນ, ບໍ່ຮູ້ວ່າຈະໄປຮ້ອງຮຽນໃຜ ເພື່ອໃຫ້ການກໍ່ສ້າງສຳເລັດລົງໂດຍໄວ. ໃນຂະນະທີ່ພາກສ່ວນຮັບຜິດຊອບ ເພິ່ນພັດບໍ່ໄດ້ຢູ່ເຂດເສັ້ນທາງດັ່ງກ່າວ, ໃນທີ່ສຸດກໍເອົາແຕ່ມັນຈະເປັນຈະໄປຕາມແບບໃດກໍໄດ້ ແລະ ຖ້າເວົ້າເຖິງການແປງທາງເບິ່ງແລ້ວກໍເຮັດແບບແປະໆບາງໆ ສົມແລ້ວທີ່ຫລາຍຄົນໃຫ້ຂໍ້ສັງເກດວ່າ: “ແລດຢາງ” ຖ້າເວົ້າຫລາຍເກີນພັດອ້າງວ່າງົບໜ້ອຍ ກໍເຮັດໄດ້ໜ້ອຍ.
Editor: ຕະວັນ ແສງສະຫວັນ