ກະຊວງສາທາລະນະສຸກ ສປປ ລາວ ລາຍງານຫລ້າສຸດ ໃນວັນທີ 14 ມິຖຸນານີ້ວ່າ: ມີຜູ້້ເສຍຊີວິດແລ້ວ 7 ຄົນ ຈາກເຊື້ອພະຍາດໄຂ້ຍຸງລາຍ ແລະ ຕິດເຊື້ອປະມານ 900 ກວ່າຄົນ ໃນທົ່ວປະເທດ ຂະນະທີ່ການລະບາດຂອງພະຍາດດັ່ງກ່າວມີທ່າອ່ຽງຈະເພີ່ມຂຶ້ນ. "ທ່ານ ດຣ. ແພງຕາ ວົງພະຈັນ" ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງ ສາທາລະນະສຸກ ເປີດເຜີຍວ່າ: ລະດູນີ້ເປັນລະດູຝົນ ມີແດດອອກເປັນໄລຍະ. ເຊິ່ງໄດ້ສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍພັນຂອງຍຸງລາຍ ໄວກວ່າປົກກະຕິ ຂະນະທີ່ຕົວເລກ ສະສົມຂອງການລະບາດ ພະຍາດໄຂ້ຍຸງລາຍ ໃນປັດຈຸບັນ ພົບວ່າທົ່ວປະເທດ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍແລ້ວ ປະມານ 900 ຄົນ ແລະ ເສຍຊີວິດ 7 ຄົນ ໃນນັ້ນ ອັນດັບ 1 ແມ່ນແຂວງຈໍາປາສັກ, ອັນດັບທີ 2 ແມ່ນ ນະຄອນຫລວງວຽງຈັນ ແລະ ອັນດັບທີ 3 ແມ່ນແຂວງບໍລິຄໍາໄຊ, ສ່ວນຜູ້ເສຍຊີວິດຢູ່ແຂວງຈໍາປາສັກ ມີ 6 ຄົນ ແລະ 1 ຄົນ ແມ່ນຢູ່ແຂວງ ສາລະວັນ. ຊຶ່ງທຸກປີ ກະຊວງສາທາລະນະສຸກ ກໍໄດ້ມີມາດຕະການ ແລະ ກະກຽມຕ້ານ-ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ ຢ່າງເປັນລະບົບ ກັບອໍານາດການປົກຄອງແຂວງ, ທ້ອງຖິ່ນ ແລະ ໜ່ວຍງານກ່ຽວຂ້ອງ ໂດຍສະເພາະແມ່ນແນະນໍາໃຫ້ປະຊາຊົນ ທໍາລາຍແຫລ່ງເພາະພັນຂອງຍຸງລາຍ ເປັນຕົ້ນແມ່ນ ຖາງຫຍ້າອອ້ມເຮືອນ, ຫ້າມກັກເກັບນໍ້າໄວ້ຢູ່ພາຊະນະ ທີ່ມີຄວາມສ່ຽງ, ປ່ອຍປາຫາງນົກຍຸງ ກິນໜອນນໍ້າ, ນອນໃນມຸ້ງ, ພົ່ນຢາທໍາລາຍ ແຫລ່ງເພາະພັນຍຸງ ແລະ ອື່ນໆ. ປັດຈຸບັນ ທາງກະຊວງສາທາລະນະສຸກ ຍັງໄດ້ອະນຸມັດເງິນ ຈໍານວນ 800 ລ້ານກີບ ເພື່ອຊ່ວຍເຫລືອ ໃຫ້ແກ່ແຂວງທີ່ມີ ການເກີດລະບາດພະຍາດດັ່ງກ່າວ. ໃນປີ 2013, ສປປ ລາວ ມີການເກີດລະບາດພະຍາດດັ່ງກ່າວ ເຮັດໃຫ້ມີ ຜູ້ເສຍຊີວິດ 70 ຄົນ ແລະ ຕິດເຊື້ອ ຫລາຍພັນຄົນ.