ບຸນຫໍ່ເຂົ້າສະຫລາກ, ເປັນບຸນປະເພນີ ຮິດທີ 10 ໃນ ຮິດ 12 ຂອງລາວເຮົາ, ພາຍຫລັງ ຮິດທີ 9 ບຸນຫໍ່ເຂົ້າປະດັບດິນ ຜ່ານພົ້ນໄປ ພຽງ 15 ວັນເທົ່ານັ້ນ. ບຸນຫໍ່ເຂົ້າສະຫລາກ ມີຄວາມຫມາຍສຳຄັນຍີ່ງຕໍ່ຊາວພຸດ ເປັນການເຮັດບຸນ ໃນຮິດ 12 ປະເພນີວັດທະນະທຳອັນດີງາມຂອງລາວ. ນອກຈາກຈະເຮັດບຸນໃນຮິດ 12 ແລ້ວ, ບຸນຫໍ່ເຂົ້າສະຫລາກ ຍັງເປັນງານບຸນທີ່ຊາວພຸດເຊື່ອຖືກັນວ່າ: ເປັນການເຮັດບຸນ ເພື່ອອຸທິດໃຫ້ແກ່ສັບພະສັດທັງຫລາຍ. ການເຮັດບຸນຫໍ່ເຂົ້າສະຫລາກ ຫມາຍຄວາມວ່າ ການເຮັດພາເຂົ້າໃຫຍ່, ເຊີ່ງການເຮັດແມ່ນຄ້າຍຄືກັບຫໍ່ເຂົ້າປະດັບດີນ ແຕ່ມີຂະຫນາດທີ່ໃຫຍ່ກວ່າ, ມີລັກສະນະເປັນກວຍ ຫລື ພາເຂົ້າ ແລ້ວນຳມາຖະຫວາຍແດ່ພະສົງອົງຄະເຈົ້າ, ເຊີ່ງໃນກວຍທີ່ອອກຕົນຍາດໂຍມນຳມາຖວາຍ ແມ່ນຈະຕ້ອງໄດ້ຂຽນຊື່ຂອງຕົນໃສ່, ຫລັງຈາກນັ້ນພະສົງຈະໄດ້ຈົກສະຫລາກ ຫາກວ່າຈົກຖືກຊື່ໃດ ອອກຕົນຍາດໂຍມ ແມ່ນຈະນຳເອົາກວຍ ນັ້ນໄປຖວາຍແດ່ພະສົງ ຫລື ສາມະເນນ ທີ່ຈົກຖືກ. ຈິ່ງເອີ້ນວ່າ ຈັບສະຫລາກ ຫລື ບຸນຫໍ່ເຂົ້າສະຫລາກ.
ບຸນຫໍ່ເຂົ້າສະຫລາກ ແມ່ນມີປະຫວັດຄວາມເປັນມາ ຕັ້ງແຕ່ສະໄຫມພຸດທະການ ແລະ ມີເລື່ອງລາວທີ່ຫນ້າສົນໃຈ ທີ່ຕິດພັນກັບພຸດທະສາສະຫນາ, ຊາວພຸດ ໄດ້ສຶບທອດປະຕິບັດມາຈົນເຖິງປະຈຸບັນ, ການເຮັດງານບຸນຫໍ່ເຂົ້າສະຫລາກ ນັບວ່າ ເປັນງານບຸນປາງຫນຶ່ງ ທີ່ສຳຄັນ ເພາະຈະໄດ້ອຸທິດສ່ວນບຸນກຸສົນໄປເຖິງຍາດຕີພີ່ນ້ອງແລ້ວ ຍັງເປັນການສະເຫລີມສະຫລອງຍ້ອງຍໍຜົນສຳເລັດທາງດ້ານກະສິກຳ ຜົນລະປູກ ພວມມີຄວາມງອກງາມ ອອກຜົນ ໂດຍສະເພາະ ພຶດຜົນທາງກະສິກຳ , ການເຮັດໄຮ່ໃສ່ນາ, ຮົວສວນຕ່າງໆ ພວມຈະເລີນເຕີບໃຫຍ່ ພ້ອມກັນນັ້ນຍັງໄດ້ນຳເອົາພຶດຜົນດັ່່ງກ່າວມາຖວາຍແກ່ວັດ ຫລື ພະສົງ-ສາມະເນນ ເຊີ່ງງານບຸນດັ່ງກ່າວ ມັນໄດ້ຕິດພັນກັບວິຖີຊີວິດ ຂອງປະຊາຊົນ ແລະ ການປູກຝັງ-ລ້ຽງສັດ, ສຳລັບປະຊາຊົນລາວ ແມ່ນເປັນຜູ້ທີ່ມັກເຮັດບຸນສິນ ກິນທານ ຮິດບໍ່ໃຫ້ຫມອງ, ຄອງບໍ່ໃຫ້ເສົ້າ ມີມູນເຊື້ອດຸຫນັ່ນຂະຫຍັນພຽງໃນການອອກແຮງງານ ແລະ ການຮັກສາຄະນົບທຳນຽບວັດທະນະທຳອັນດີງາມຂອງຊາດ ໂດຍສະເພາະຮິດຄອງປະເພນີ ທາງສາສະຫນາ ຖືເປັນສິ່ງສຳຄັນ ເພາະບົງບອກເຖິງຄວາມຈະເລີນຮຸ່ງເຮືອງທາງດ້ານວັດທະນະທຳ, ດ້ານຈິດໃຈ, ຄວາມຮັກແພງສາມັກຄີ ເປັນຈິດຫນຶ່ງໃຈດຽວ ຮັກຫອມ ແລະ ປົກປັກຮັກສາວັດທະນະທຳ ໃຫ້ຍືນຍົງ ສຶບຕໍ່ໄປ ລຸ້ນຕໍ່ລຸ້ນ.
Editor: ກຳປານາດ ລັດຖະເຮົ້າ