ໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ຢູ່ແຂວງສາລະວັນ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນທ້າຍເດືອນສິງຫານີ້ ພາຍຫຼັງທີ່ໄດ້ຮັບການອະນຸມັດສ້ອມແປງ ແລະ ນຳໃຊ້ງົບປະມານຈາກກອງທຶນສ້ອມແປງເສັ້ນທາງຫຼວງແຫ່ງຊາດ ສະເພາະແມ່ນປີ 2017 ເຊີ່ງແມ່ນກະຊວງ ແລະ ພະແນກໂຍທາທິການ-ຂົນສົ່ງ ເປັນເຈົ້າຂອງໂຄງການ. ການສ້ອມແປງເສັ້ນທາງ ເລກທີ 20 ທີ່ມີຄວາມຍາວ 848 ແມັດ, ກວ້າງ 8,5 ແມັດ ແຕ່ເຮືອນຮັບແຂກແຂວງສາລະວັນ ຫາ ຫ້ອງການ ປກສ ແຂວງ. ທ່ານ ບຸນມາ ພະສະຫວັດ ຜູ້ຮັບຜິດຊອບໂຄງການ ດັ່ງກ່າວ ໄດ້ເປີດເຜີຍຕໍ່ນັກຂ່າວໃຫ້ຮູ້ວ່າ: ເສັ້ນທາງເລກທີ 20 ເປັນເສັ້ນທາງທີ່ມີຄວາມສຳຄັນ ເປັນຈຸດເຕົ້າໂຮມຊຸມຊົນ ແລະ ເປັນເຂດເທດສະບານແຂວງເປັນຕົ້ນມີ: ວັດວາອາຮາມ, ສຳນັກງານອົງການ ແລະ ເຂດຊຸມຊົນໜາແໜ້ນ. ສຳລັບໜ້າວຽກຕ່າງໆທີ່ຈະຕ້ອງໄດ້ປະຕິບັດໃນການສ້ອມແປງ ຄື: ຂຸດຮື້ໜ້າທາງເກົ່າ, ກວາດປັບຮູບທາງ, ຖົມດິນຊັ້ນຮອງພື້ນ, ລົງຫີນຊັ້ນພື້ນ ແລະ ປູຢາງ 2 ຊັ້ນ. ນອກນັ້ນ ຈະໄດ້ສ້າງຮ່ອງລະບາຍນ້ຳຂ້າງທາງ ແລະ ໄດ້ນຳໃຊ້ມາດຖານເຕັກນິກຂອງກະຊວງ ຍທຂ, ເຊີ່ງແມ່ນ ບໍລິສັດ ເອກະຊົນເປັນຜູ້ຮັບເໝົາ ແລະ ໄດ້ສຳເລັດການຂຸດຮື້ໜ້າກາງເກົ່າ ແລະ ຖົມດິນຮອງພື້ນ ຈຳນວນໜຶ່ງ, ຈະໃຫ້ສຳເລັດໃນທ້າຍເດືອນກັນຍາ 2017 ນີ້.
Editor: ກຳປານາດ ລັດຖະເຮົ້າ