ໃນວັນທີ 2 ກັນຍາ 2017 ຜ່ານມານີ້, ຢູ່ທີ່ສະໂມສອນຂອງບ້ານສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ. ໄດ້ມີງານພົບປະແຮກສ່ຽວ ລະຫວ່າງ ສະມາຄົມບຳນານແລະຜູ້ສູງອາຍຸ ຂອງເມືອງວັງວຽງ ແລະ ເມືອງວຽງຄຳ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສຸວຽງທອງ ວົງຈໍາປາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆວັງວຽງ. ມີບັນດາທ່ານຫົວໜ້າແລະຄະນະຂອງສະມາຄົມບຳນານແລະ ຜູ້ສູງອາຍຸເມືອງວັງວຽງ ແລະ ເມືອງວຽງຄຳ ເຂົ້າຮ່ວມ.
ກອງປະຊຸມຍັງໄດ້ມີການສະເໜີຕົວ ລະຫວ່າງ ສະມາຄົມບຳນານ ແລະ ຜູ້ສູງອາຍຸ ຂອງເມືອງວັງວຽງ ແລະ ເມືອງວຽງຄຳ ໃນນັ້ນ ທ່ານ ຄໍານາມ ພິມມະສອນ ປະທານສະມາຄົມບໍານານແລະຜູ້ສູງອາຍຸ ເມືອງວັງວຽງ ໄດ້ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ວ່າ: ສະມາຄົມ ບໍານານ ແລະ ຜູ້ສູງອາຍຸ ຂອງເມືອງວັງວຽງ ມີຄະນະ 11 ທ່ານ, ຍິງ 2 ທ່ານ ແລະ ມີສະມາຊິກກອງທຶນທັງໝົດ 632 ຄົນ, ຍິງ 236 ຄົນ. ແລະໄດ້ຕັ້ງຂື້ນຕາມກຸ່ມບ້ານ ແລະ ບ້ານ. ທົ່ວເມືອງມີ 6 ກຸ່ມບ້ານ ແລະ ມີ 8 ບ້ານ ທີ່ຂື້ນກັບຫ້ອງວ່າການ ມີ 14 ໜ່ວຍພື້ນຖານ. ພິເສດ ມີ 1 ກຸ່ມບ້ານຂອງເມືອງພູວົງ ແຂວງໄຊສົມບູນ ມາເຂົ້າເປັນສະມາຊິກກອງທຶນນຳເມືອງວັງວຽງ.
ປະຈຸບັນມີເງິນກອງທຶນທັງໝົດ 91 ລ້ານກວ່າກີບ ແລະ ໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກທີ່ເສຍຊີວິດຕໍ່ 1 ຄົນແມ່ນ ຈະໄດ້ມອບເງິນສົດ ຈຳນວນ 1.200.000 ກີບ, ພ້ອມພວງມາລາ 1 ອັນ ມູນຄ່າ 3 ແສນກີບ. ແລະ ໃນ 8 ເດືອນຜ່ານມາສະມາຊິກທີ່ເສຍຊີວິດ ຈຳນວນ 12 ຄົນ, ປະຕິບັດນະໂຍບາຍທັງໝົດ 14 ລ້ານກວ່າກີບ.
ເພື່ອເປັນການຜູກມິດໄມຕີ ແຮກສ່ຽວ, ການມາຢ້ຽມຢາມ ແລະ ແລກປ່ຽນ ບົດຮຽນ ລະຫວ່າງ ສະມາຄົມບຳນານ ແລະ ຜູ້ສູງອາຍຸ ຂອງເມືອງວັງວຽງ ແລະ ເມືອງວຽງຄຳ ໃນກອງປະຊຸມຈຶ່ງໄດ້ມີການເຊັ່ນບົດບັນທຶກຊ່ວຍຈຳ ລະຫວ່າງ ທ່ານ ຄໍານາມ ພິມມະສອນ ປະທານສະມາຄົມບໍານານ ແລະ ຜູ້ສູງອາຍຸ ເມືອງວັງວຽງ ແລະ ທ່ານ ຄຳຊອບ ສີສົງຄາມ ປະທານສະມາຄົມບໍານານ ແລະ ຜູ້ສູງອາຍຸ ເມືອງວຽງຄຳ.
ພ້ອມດ້ວຍ ທ່ານ ສຸວຽງທອງ ວົງຈໍາປາ ຮອງເຈົ້າເມືອງໆວັງວຽງ ແລະ ບັນດາທ່ານຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ຫຼັງຈາກນັ້ນກໍ່ໄດ້ມອບຂອງຂວັນໃຫ້ກຽດຂື້ນມອບໂດຍແມ່ນ ທ່ານ ຄໍານາມ ພິມມະສອນ ປະທານສະມາຄົມບໍານານແລະຜູ້ສູງອາຍຸ ເມືອງວັງວຽງ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ຄຳຊອບ ສີສົງຄາມ ປະທານສະມາຄົມບໍານານ ແລະ ຜູ້ສູງອາຍຸ ເມືອງວຽງຄຳ.
ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ສຸວຽງທອງ ວົງຈໍາປາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆວັງວຽງ ຕື່ມອີກ
ຂ່າວຈາກ ທີມຂ່າວຫ້ອງການ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ