ໃນວັນທີ 2 ກັນຍາ 2017 ຜ່ານມານີ້ ເສັ້ນທາງ ເຂດບ້ານສະພັງໝໍ້ ເມືອງໄຊເສດຖາ, ແມ່ນໄດ້ຮັບການສ້ອມແປງຄືນໃຫມ່ ເພື່ອໃຫ້ການສັນຈອນມີຄວາມສະດວກປອດໄພຂື້ນ, ເຊິ່ງກ່ອນຫລ້ານນີ້ ແມ່ນເປ້ເພຫລາຍ, ເປັນຂຸມ, ເປັນບວກ ການສັນຈອນໄປມາ ພົບຄວາມຫຍຸງຍາກ. ແລະ ຕໍ່ກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ຜູ້ສັນຈອນໄປມາ ໄດ້ຮ້ອງຂໍຕໍ່ທີມຂ່າວ ໃຫ້ມີການນຳສະເຫນີຂ່າວ ໄປເມື່ອ 2-3 ວັນກ່ອນຫນ້ານີ້, ເພື່ອໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ລົງມາແກ້ໄຂ ສ້ອມແປງໃຫ້ດີຂື້ນ ດັ່ງນັ້ນ ມາໃນວັນ 2 ກັນຍາ ຜ່ານມາ ຈຸດທີ່ໄດ້ນຳສະເຫນີຂ່າວ ວ່າມີເສັ້ນທາງເປ້ເພ ແມ່ນໄດ້ມີການສ້ອມແປງຄືນໃຫມ່ ຢ່າງຮິບດ່ວນ ໂດຍພາກສ່ວນທີ່ກ່ຽວຂ້ອງ ພາຍໃນເມືອງ ໃຫ້ການເອົາໃຈສົ່ງໃນການແກ້ໄຂບັນຫາສັງຄົມ ຢ່າງຮິບດ່ວນ. ຕໍ່ກັບການແກ້ໄຂ ບັນຫາ ໃນຄັ້ງນີ້ ທາງລາຍການ ຂໍຊົມເຊີຍ ຍ້ອງຍໍ ໃນຫລາຍໆພາກສ່ວນທີ່ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ໂດຍສະເພາະ ການສ້ອມແປງເສັ້ນທາງ ໃຫ້ດີຂື້ນ ແລະ ສາມາດສັນຈອນໄປມາ ສະດວກສະບາຍ, ມີຄວາມປອດໄພ. ຖ້າເວົ້າເຖິງ ເສັ້ນທາງເຂດບ້ານສະພັງໝໍ້ ແມ່ນຖືວ່າ ສຳຄັນຫລາຍສົມຄວນ ປະຊາຊົນ ມັກນຳໃຊ້ເສັ້ນທາງນີ້ ເດີນທາງໄປມາ ໃນແຕ່ລະວັນ, ພ້ອມກັນນັ້ນ ຍັງມີໂຮງຮຽນ ປະຖົມ, ອະນຸບານ ແລະ ມັດທະຍົມ ເຊີ່ງການຊົມໃຊ້ເສັ້ນທາງດັ່ງກ່າວ ແມ່ນຫລາຍເປັນພິເສດ.
ລາຍການ ຂໍເປັນສຶ່ກາງໃນການນຳສະເຫນີ ຂ່າວສານ-ເລື່ອງລາວ ໃນສັງຄົມ ທ່ານໃດ ບ້ານໃດ ຫລື ເຂດທ່ອງຖີ່ນໃດ ມີຂ່າວສານ ທີ່ຕ້ອງການນຳສະເຫນີ ກໍ່ສາມາດ ພົວພັນມາໄດ້ ທາງໂທລະພາບລາວສະຕາຣ໌.
Editor: ກຳປານາດ ລັດຖະເຮົ້າ