ໃນລະຫວ່າງ ວັນທີ 2-3 ກັນຍາ 2017 ນີ້, ທີ່ສູນການຄ້າວຽງຈັນເຊັນເຕີ້, ນະຄອນຫລວງວຽງຈັນ ແບຣນ ມາຣິຕ້າ ຄຣີນິກ ອຸດອນທານີ ໄດ້ນຳທີມພະນັກງານ ແລະ ແພດຜູ້ຊຽວຊານ ມາໃຫ້ຄຳປຶກສາ ແກ່ປະຊາຊົນລາວ ກໍ່ຄືຊາວນະຄອນຫລວງວຽງຈັນ ໃນເລື່ອງຜິວພັນ ເລເຊີ, ການສັນຍາກຳ ແບບຄົບວົງຈອນ ພ້ອມກັນນັ້ນ ພາຍໃນງານ ຍັງມີກິດຈະກຳຕ່າງໆ, ການແຈກຂອງລາງວັນ ເປັນໂປຣໂມຊັນ ສັນຍາກຳ ດັງ ໂດຍບໍ່ໄດ້ເສຍຄ່າ,
ສຳລັບການບໍລິການ, ຂອງມາຣີຕ້າ ຄຣິກນິກ ແມ່ນມີຫລາກຫລາຍລາຍການ ແບບຄົບວົງຈອນ ເປັນຕົ້ນວ່າ: ການສັນຍາກຳ ຫນ້າເອີກ, ດັ່ງ, ຄາງ, ຕາ, ປາກ, ການດູດໄຂມັນ, ລົດໂນກແກ້ມ, ການໂບທອກ ຫນ້າລຽວ, ຟີນເລີ, ປັຍຜິວຂ່າວໃສ, ການຮັກສາສິວ, ຮັກສາຜ້າ ແລະ ກະ, ຍົກຫນ້າ, ການຮັກສາກ້ອງຕາດຳ, ກຳຈັດຂົນ ແລະ ລຶບຮ້ອຍສັກ. ນອກຈາກນັ້ນ ມາຣິຕ້າ ຄຣີນິກ ຍັງມີຜະລິດຕະພັນອາຫານເສີມ ທີ່ຊ່ວຍໃຫ້ຜິວຂ່າວ ແລະ ເຄື່ອງສຳອາງ ທີ່ໄດ້ຮັບການຢັງຢຶນຈາກ ສາທາລະນະສຸກ ເປັນທີ່ຮຽບຮ້ອຍ.
ຕໍ່ກັບການມາເປີດບູດ ທີ່ວຽງຈັນເຊັນເຕີ ຄັ້ງນີ້ ທ່ານ ໂຊດຣະວີ ຫລື ບອນ ( ຜູ້ຈັດການ ຄຣີນິກມາຣິຕ້າ ) ແລະ ທ່ານນາງ ສີຣິຍາກອນ ( ແພດຍິງ ປະຈໍາຄຣິນິກ ) ກ່າວວ່າ: ສໍາລັບ ຄຣິນິກ ມາຣິຕ້າ ເປັນແບຣນນ້ອງໃຫມ່ ໃນເຂດພາກອີສານ ຂອງໄທ ຕັ້ງຢູ່ທີ່ ແຂວງອຸດອນທານີ, ຈຸດປະສົງໃນການເດີນທາງມາສ້າງກິດຈະກຳ ທີ່ນະຄອນຫລວງວຽງຈັນ ກໍ່ຄື ທີ່ສູນການຄ້າສຽງຈັນ ເຊັນເຕີ້ ເພື່ອເຮັດໃຫ້ປະຊາຊົນລາວ ກໍ່ຄືຊາວນະຄອນຫລວງວຽງຈັນ ໄດ້ຮັບຮູ້ ວ່າ ຄີນິກ ມາຣິຕ້າ ໃຫ້ບໍລິການດ້ານຜິວພັນຄວາມງາມ ແລະ ສັນຍາກຳ ແບບຄົບວົງຈອນ ເຊີ່ງມີຫລາກຫລາຍລາຍການ ທີ່ໄດ້ກ່າວມາ. ສຳລັບຜູ້ຄະລາກອນ ແມ່ນໄດ້ມາດຕະຖານ ປອດໄພ ເພາະໄດ້ຮັບການຢັງຢຶນ ແລະ ຜ່ານ ກະຊວງສາທາລະນະສຸກ ຈາກປະເທດໄທ ເປັນທີ່ຮຽນຮ້ອຍ, ພ້ອມກັນນັ້ນ ທາງ ມາຣິຕ້າ ຍັງມີ ແພດຜູ້ຊ່ຽວຊານ ທີ່ມີຄວາມຮູ້ດ້ານຜິວພັນ ແລະ ການສັນຍາກຳ ທີ່ມີປະສົບການ ມາຍາວນານ. ແລະ 6 ເຫດຜົນ ທີ່ຕ້ອງມາ ມາຣິຕ້າ ກໍ່ຄື:
- ສັນຍາກຳໂດຍແພດຜູ້ຊ່ຽວຊານ ໂດຍສະເພາະ
- ອຸປະກອນ ແລະ ເຄື່ອງມື ທີ່ທັນສະໄຫມ
- ຫ້ອງຜ່າຕັດທີ່ໄດ້ມາດຕະຖານ ລະດັບໂຮງພະຍາບານ ຫລື ໂຮງຫມໍ ຊັ້ນນຳ
- ຊີລິໂຄນ ຟິນເລີ, ໂບທອກ ທີ່ໄດ້ມາດຕະຖານ ຈາກ ສະຫາລັດອາເມລິກາ
- ມີແພດຊຽວຊານ ປະຈຳໃນແຕ່ລະມື້
- ການບໍລິການ ທີ່ເປັນເລີດ ຕອບໂຈດລູກຄ້າ ໄດ້ທຸກລະດັບ.
ຢ່າລຶມ ທ່ານໃດສົນໃຈ ເຂົ້າມາປຶກສາ ໄດ້ ສູນການຄ້າວຽງຈັນເຊັນເຕີ ມາ 2 ວັນ ວັນທີ 2 ແລະ 3 ກັນຍາ 2017 ນີ້ ງານ ເລີ່ມແຕ່ 11 ໂມງ ໄປຈົນເຖິງ 18 ໂມງແລງ.
Editor: ກຳປານາດ ລັດຖະເຮົ້າ