ບຸນຫໍ່ເຂົ້າ ສະຫລາກ ເປັນບຸນປະເພນີ ປາງຫມຶ່ງ ໃນຮິດ 12 ຂອງລາວເຮົາ, ຫລື ເອີ້ນວ່າ ບຸນເດືອນ 10 ເຊີ່ງບຸນປະເພນີດັ່ງກ່າວ ມີປະຫວັດຄວາມເປັນມາແຕ່ສະໄຫມພຸດທະການ. ເລື່ອງລາວກ່ຽວກັບບຸນ ໃນສະໄຫມກ່ອນ ຢູ່ໃນສຳນັກຂອງພະພຸດທະເຈົ້າ ມີຫລາຍ ອຸບາສົກ-ອຸບາສິກາ ທີ່ມາເຮັດບຸນຖະຫວາຍສັງຄະທານໃຫ້ແກ່ພະສົງ ແລະ ສວ່ນໃຫຍ່ ໃຜໃຜກໍ່ມຸ້ງຫວັງປາດຖະຫນາຖະຫວາຍເດ່ອົງສຳມາສຳພຸດທະເຈົ້າ ແລະ ດ້ວຍເຫດນີ ພະພຸດທະເຈົ້າ ຈິ່ງໄດ້ອະນຸຍາດໃຫ້ມີການຈົກສະຫລາກເອົາ, ເຊີ່ງວິທີປະຕິບັດກໍ່ຄື ໃຫ້ພໍ່ອອກ-ແມ່ອອກ ໄດ້ຈົກເອົາຊື່ຂອງພະສົງ ເມື່ອຖືກຊື່ອົງໃດ ໃຫ້ເອົາເຄື່ອງໄປຖະຫວາຍແດ່ພະສົງອົງນັ້ນ.
ຈຸດປະສົງ ຂອງການເຮັດບຸນ ຫໍ່ເຂົ້າສະຫລາກ ນີ້ ແມ່ນເປັນປະເພນີທີ່ດີງາມ ເພື່ອປະຕິບັດ ບໍ່ໃຫ້ມີການແບ່ງຊົນຊັ້ນວັນນະໃນສັງຄົມ, ເປັນການເປີດໂອກາດໃຫ້ພະສົງ-ສາມະເນນ ແລະ ຍາດໂຍມທົ່ວໄປ ໄດ້ມີໂອກາດ ໄດ້ສ່ຽງສະຫລາກຕາມຄວາມເຫມາະສົມຕາມບຸບພະກຳ ຫລື ບຸບເພ ຈະກະຕະ ປຸນຍະຕາ ຄືເປັນຜູ້ທີ່ເຮັດບຸນຮ່ວມກັນມາແຕ່ປາງກ່ອນ, ເພາະວ່າ ບາງຄົນ ເພາະວ່າບາງຄົນ ເຄີຍເປັນພີ່ນ້ອງມາກ່ອນແຕ່ຊາດທີ່ແລ້ວ ແລະ ອີກຢ່າງຫນຶ່ງເພື່ອໃຫ້ເກີດລະບົບ ທຳມະ ທິປະໄຕ ໄປໃນໂຕ, ບໍ່ໃຫ້ມີການເລື່ອມລ່ຳ-ຕ່ຳສູງ ໃນສັງຄົມ.
Editor: ກຳປານາດ ລັດຖະເຮົ້າ