ເພື່ອເປັນການອະນຸລັກ ປົກປັກຮັກສາ ບຸນປະເພນີ ງານປະວໍລະນາບຸນອອກພັນສາ ປະຈໍາປີ ແລະ ຊວ່ງເຮືອທີ່ເຄີຍສຶບທອດກັນມາແຕ່ດົນນານ ໃຫ້ຢູ່ເຊັ່ນລູກເຊັ່ນຫລານ ຕະຫລອດໄປ, ດັ່ງນັ້ນ ໃນທ້າຍເດືອນສີງຫາ 2017 ນີ້, ຢູ່ສາລາວັດບ້ານ ທ່າໂຂ່ງ, ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປືກສາຫາລືງານບຸນອອກພັນສາ ແລະ ຊ່ວງເຮືອຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ, ມີບັນດາທ່ານໃນຄະນະຫ້ອງ ການທີ່ກ່ຽວຂ້ອງ, ເຖົ້າແກ່ແນວໂຮມບ້ານທີ່ລຽບຕາມສາຍທາງເລກ9, ຄະນະສີພ່າຍເຮືອຊ່ວງ,ຄະນະກໍາມະການບຸນອອກພັນສາ ແລະ ເຮືອຊ່ວງ, ຄະນະປະທານ ອພສ ເມືອງເຂົ້າຮ່ວມຢ່າງພ້ອມພຽງ,ໃນກອງປະຊຸມກໍໄດ້ພັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນສະຫລຸບຖອດຖອນບົດຮຽນທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ຊື່ງໄດ້ປະຊາມະຕິຕົກລົງຮັບຮອງເອົາວັດບ້ານດົງສະຫວັນ ເປັນບ່ອນອອກພັນສາກໍາ ນົດມື້ຂື້ນ14ຄໍ່າເດືອນ11ພສ2560ເປັນມື້ເຕົ້າໂຮມຫົວວັດຫ້າງຫາກະກຽມຕັ້ງກອງບຸນ ,ຕອນເຊົ້າຂື້ນ15 ຄໍ່າ ເດືອນ11 ເປັນມື້ຕັກບາດຖະຖວາຍສັງກະທານ ແລະ ແຮມ 1 ຄໍ່າ ເດືອນ11ເປັນມື້ໃສ່ບາດຂອງແຕ່ລະວັດ, ສ່ວນງານບຸນຊ່ວງເຮືອປີນີ້ແມ່ນກໍານົດເອົາວັນທີ 9-11 ຕຸລາ 2017 ທີ່ທ່ານໍ້າສູນຝືກກະສີກໍາ-ປ່າໄມ້ເມືອງ ພາຍໃນງານຈະໄດ້ມີການແຂ່ງຂັນສີພ່າຍເຮືອຊ່ວງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ11ລໍາ ຂະໜາດສີພ່າຍ 17-25 ຄົນ, ມີ 19 ທິມ ເຂົ້າຮ່ວມແຂ່ງ ໃນນັ້ນມີທັງນັກກິລາສີພ່າຍເຮືອຊ່ວງຍີງ ແລະ ຊາຍ, ນອກນັ້ນ ພາຍໃນງານຍັງໄດ້ມີການສະແດງສີລະປະວັນນະຄະດີຈາກພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນສະແດງໃຫ້ຊົມອີກດ້ວຍ, ທັງນີ້ກໍ່ເພື່ອເປັນການສ້າງບັນຍາກາດໃຫ້ເປັນຂະບວນຟົດຟື້ນແລະ ເປັນການຮັດແໜ້ນຄວາມສາມັກຄີພໍ່ແມ່ປະຊາຊົນ ລະຫວ່າງ ບ້ານຕໍ່ບ້ານອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ