ໃນວັນທີ 1 ກັນຍາ 2017 ຜ່ານມາ ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ( ມວສ ) ໄດ້ຈັດພິທີເປີດຫລັກສູດປະລິນຍາໂທ ສາທາລະນະສຸກສາດ ຂື້ນຢ່າງເປັນທາງການ ໂດຍການຮ່ວມມື ລະຫວ່າງ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ສະຖາບັນສາທາລະນະສຸກສາດ ) ແລະ ມະຫາວິທະຍາໄລ ສາທາລະນະສຸກສາດ ຮ່າໂນ້ຍ, ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ຫລັກສູດປະລິນຍາໂທ ສາທາລະນະສຸກສາດ ນັກສຶກສາລາວ ແມ່ນຈະໄດ້ຮຽນຢູ່ ສປປ ລາວ ເປັນເວລາ 1 ປີ, ແລະ ສຶບຕໍ່ຮຽນຢູ່ ສສ ຫວຽດນາມ ເປັນເວລາອີກ 1 ປີ, ເຊີ່ງມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໄດ້ຈັດຕັ້ງການຄັດເລຶອກ ນັກສຶກສາທີ່ຄົບຕາມເງື່ອນໄຂເຂົ້າຮຽນ ( ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍປີ 2016 ຮອດກາງປີ 2017 ນັກສຶກສາແມ່ນໄດ້ກຽມພາສາອັງກິດ ເພື່ອພັດທະນາຄວາມຮູ້, ຄວາມສາມາດ ດ້ານພາສາອັງກິດ ຢ່າງເຕັມທີ່.
ທັງ 2 ມະຫາວິທະຍາໄລ ໄດ້ມີການພົວພັນ ແລະ ເຮັດວຽກຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໃນແຕ່ລະຝ່າຍ ເພື່ອເຮັດໃຫ້ເກີດມີໂຄງການຮ່ວມມື ໃນການສ້າງຫລັກສູດປະລິນຍາໂທ ສາທາລະນະສຸກສາດ ລະຫວ່າງ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ( ມວສ) ຂອງ ສປປ ລາວ, ແລະ ມະຫາວິທະຍາໄລສາທາລະນະສຸກສາດ ຮ່າໂນ້ຍ ແຫ່ງ ສສ ຫວຽດນາມ, ແຜນການອົບຮົມຫລັກສູດປະລິນຍາໂທ ສາທາລະນະສຸກສາດ ແມ່ນຖືກຈັດຕັ້ງປະຕິບັດ ໂດຍສອງມະຫາວິທະຍາໄລ ເຊີ່ງທັງ ສອງມະຫາວິທະຍາໄລ ແມ່ນໄດ້ມີການດັດປັບຂະບວນການຮຽນ-ການສອນ ແລະ ເຄື່ອງມືອຸປະກອນ ທີ່ມີຄວາມຈຳເປັນ ແລະ ມີຄວາມເຫມາະສົມ.
ຈຸດປະສົງ ແລະ ເນື້ອໃນການອົບຮົມ ແຕ່ລະໂມດຸນ ແມ່ນສ່ອງຄ່ອງ ແລະ ມີຄວາມເທດເຫມາະທັງສອງມະຫາວິທະຍາໄລ ທີ່ມີຄວາມເຫມາະສົມກັບສະພາບຄວາມເປັນຈິງ ຂອງ ສປປ ລາວ, ການນຳໃຊ້ຕົວຢ່າງ ແລະ ບົດຝຶກຫັດຕ່າງໆ ໃນແຕ່ລະຫມວດວິຊາ ແມ່ນເປັນໄປຕາມຂອງແຕ່ລະປະເທດ ໂຄງການອົບຮົມ ແລະ ເຄື່ອງມືທີ່ນຳໃຊ້ໃນການສອນ ແມ່ນໄດ້ຜ່ານການຍອມຮັບເຂົ້າໃນການຈັດການອົບຮົມ ແລະ ສະພາວິທະຍາສາດ. ນັກສຶກສາ ທີ່ໄດ້ຮັບທຶນ ມີນຳກັນທັງ ໝົດ 22 ຄົນ, ທີ່ເຂົ້າຮ່ວມອົບຮົມໃນຫລັກສູດປະລິນຍາໂທ ສາທາລະນະສຸກສາດ ແລະ ມີການຈັດການຮຽນ-ການສອນ 2 ໄລຍະ ຕິດຕໍ່ກັນ ( ສົກຮຽນ 2017-2019 ແລະ ສົກຮຽນ 2018-2020 ) ທັງສອງໄລຍະ ແມ່ນຈະຕ້ອງໃຫ້ ສໍາເລັດກ່ອນການສິ້ນສຸດໂຄງການ LEARN ໃນເດືອນເມສາ 2020.
ສຳລັບ ໄລຍະທີ 1 ນັກສຶກສາຈະໄດ້ຮຽນພາກທິດສະດີ ( Coursework ) ເລີ່ມແຕ່ເດືອນ ສິງຫາ 2017 ເປັນຕົ້ນມາ ແລະ ຈະສຳເລັດການຮຽນ-ການສອນ ພາຍໃນ 24 ເດືອນ, ນັກສຶກສາລຸ້ນທຳອິດແມ່ນມີ ຈຳນວນ 10 ຄົນ, ແລະ ລຸ້ນທີ 2 ມີຈຳນວນ 12 ຄົນ. ຫລັກສູດປະລິນຍາໂທ ສາທາລະນະສຸກສາດ ດັ່ງກ່າວ ໂດຍການຮ່ວມມື ລະຫວ່າງ ສອງ ມະຫາວິທະຍາໄລ ໂດຍການສະຫນັບສະຫນູນ ຈາກອົງການ ອີຍູ ( EU ) ໂດຍຜ່ານຄະນະກໍາມະການ ດ້ານການແພດ ຂອງປະເທດ ເນເທີແລນ, ແລະ ປະເທດຫວຽດນາມ, ອົງການ ເອັມຊີເອັນວີ (MCNV).
Editor: ກຳປານາດ ລັດຖະເຮົ້າ