ທ້າວ ໂນ່ ຄົນໃກ້ເຮືອນກັບຜູ້ເສຍຫາຍ ຕົກເປັນຜູ້ຖືກຫາທັນທີ ພາຍຫຼັງເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ແຂວງວຽງຈັນ ຈັບຕົວມາດໍາເນີນຄະດີໄດ້ ໃນວັນທີ 23 ສິງຫາ 2017 ທີ່ຜ່ານມາ, ໃນຂໍ້ຫາ ລັກຊັບພົນລະເມືອງ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ນາງ ດວງມະນີ, ບ້ານໂພນໄຊ, ເມືອງໂພນໂຮງ, ແຂວງວຽງຈັນ ຜູ້ຖືກເສຍຫາຍໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ ເຮືອນຜູ້ກ່ຽວຖືກຄົນຮ້າຍເຂົ້າໄປລັກຊັບສິນຈໍານວນຫຼາຍລາຍການ ເຊັ່ນ: ສາຍຄໍຄຳ ກາໃບໂພ 2 ເສັ້ນ, ປະລັກແຂນ 1 ອັນ, ແຫວນຄຳ 1 ວົງ, ກີ້ສາຍຄໍ 1 ອັນ, ສາຍຄໍຄຳຝຣັ່ງ 1 ເສັ້ນ, ໂມງໃສ່ແຂນ 1 ໜ່ວຍ ແລະ ຄອມພິມເຕີໂນດບຸກ 1 ໜ່ວຍ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ລົງສະຖານທີ່ເກີດເຫດ ແລະ ຕິດຕາມເປົ້າ ໝາຍລັກຊັບ.
ໃນນີ້, ທ້າວ ໂນ່ ອາຍຸ 23 ປີ ຄົນເຮືອນໃກ້ ຕົກເປັນຜູ້ຖືກສົງໄສ ເຈົ້າໜ້າທີ່ຈຶ່ງໄດ້ຕິດຕົວມາສອບສວນ. ໃນເບື້ອງຕົ້ນຜູ້ກ່ຽວປະຕິເສດທຸກຂໍ້ກ່າວຫາ ແຕ່ຍ້ອນເຈົ້າໜ້າທີ່ມີຂໍ້ມູນຫຼັກຖານທີ່ແໜ້ນໜາ ຜູ້ກ່ຽວຈຶ່ງຍອມຮັບສາລະພາບວ່າ: ໃນວັນທີ 21 ສິງຫາ 2017 ເວລາປະມານ 23:00 ໂມງ ຂອງມື້ເກີດເຫດ, ຜູ້ກ່ຽວໄດ້ປີນກໍາແພງເຂົ້າໄປລັກຊັບຢູ່ໃນເຮືອນ ນາງ ດວງມະນີ ພາຍຫຼັງໄດ້ມາແລ້ວກໍນໍາເອົາໄປຊຸກເຊື່ອງຢູ່ຫ້ອງນ້ອງສາວ ແລະ ວັນຕໍ່ມາຖືກເຈົ້າໜ້າທີ່ກວດຄົ້ນສະຖານທີ່ ພົບເຫັນເຄື່ອງຂອງກາງຈໍານວນດັ່ງກ່າວ.
ຜ່ານມາ, ທ້າວ ໂນ່ ຖືກດຳເນີນຄະດີມາແລ້ວ 3 ຄັ້ງ ໃນຂໍ້ຫາລັກຊັບພົນລະເມືອງ ແລະ ເຈົ້າໜ້າທີ່ໄດ້ມອບເຄື່ອງທີ່ເກັບກູ້ໄດ້ຄືນໃຫ້ເຈົ້າຂອງເດີມ.
ຂອບໃຈຂໍມູນຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ