ຕາມການເປີດເຜີຍ ຂອງທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກ ຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ວ່າ: ໃນໄລຍະເປີດສົກຮຽນໃໝ່ ສະພາບການສັນຈອນໃນນະຄອນຫຼວງວຽງຈັນ ຈະເພີ່ມຂຶ້ນເປັນຈໍານວນຫຼວງຫຼາຍ ເຮັດໃຫ້ພາຫະນະເກີດມີຄວາມແອອັດ ຢູ່ເສັ້ນທາງສາຍສໍາຄັນ ແລະ ຕໍ່ໜ້າໂຮງຮຽນສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນ ດັ່ງນັ້ນ ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ວາງແຜນປ້ອງກັນ ໂດຍສົມທົບກັບຕໍາຫຼວດຈະລາຈອນບັນດາເມືອງ ວາງກໍາລັງຕໍາຫຼວດຈະລາຈອນຢູ່ຕາມທາງຮ່ອມ 3 ແຍກ 4 ແຍກ, ວົງວຽນ, ໜ້າໂຮງຮຽນ ແລະ ຈຸດສໍາຄັນຕ່າງໆທີ່ຄາດວ່າສະພາບການສັນຈອນແອອັດ ເພື່ອເຮັດໜ້າທີ່ຈັດສັນ ອໍານວຍຄວາມສະດວກ ເປັນຕົ້ນເຂັ້ມງວດໃສ່ການຢຸດ, ການຈອດຂອງຜູ້ຂັບຂີ່ນໍາເວລາຮັບ-ສົ່ງລູກຫຼານ. ຄຽງຄູ່ກັນນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຕ່ງຕັ້ງກໍາລັງສາຍກວດຕາມເສັ້ນທາງໃນຊົ່ວໂມງຮີບດ່ວນ ເພື່ອບໍ່ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຈອດຊະຊາຍ ທີ່ເປັນການກີດຂວາງການສັນຈອນ. ກໍລະນີພົບເຫັນລົດທີ່ຈອດບໍ່ຖືກລະບຽບ ຈະຖືກຕັກເຕືອນ ແລະ ປັບໃໝຕາມລະບຽບກໍານົດໄວ້.
ສໍາລັບ, ມື້ເປີດສົກຮຽນຢ່າງເປັນທາງການວັນທີ 1 ກັນຍາ 2017 ນີ້ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ໄດ້ລົງຕິດການສະພາບການຕົວຈິງ ເພື່ອນໍາມາຖອດບົດຮຽນໃນການປະຕິບັດໜ້າທີ່ໃຫ້ດີຂຶ້ນກວ່າເກົ່າ. ສິ່ງທີ່ພົບພໍ້ໃນແຕ່ລະສົກຮຽນທີ່ຜ່ານມາ, ຍັງມີໂຮງຮຽນຫຼາຍແຫ່ງຕັ້ງຢູ່ແຄມທາງ ແລະ ບໍ່ມີບ່ອນຈອດລົງພຽງພໍໃນເວລາຮັບສົ່ງລູກ ຫຼານຜູ້ປົກຄອງໄດ້ນໍາລົດມາຈອດໄວ້ແຄມທາງເກີດມີການຈະລາຈອນຕິດຂັດຢູ່ຈຸດດັ່ງກ່າວ ຍັງເປັນບັນຫາທີ່ແກ້ໄຂໄດ້ຍາກ. ຕໍ່ກັບບັນຫານີ້ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈະໄດ້ປະສົມທົບກັບແຕ່ລະໂຮງຮຽນ ເພື່ອແກ້ໄຂ.
ຢ່າງໃດກໍດີ, ໃນໄລຍະສົກຮຽນໃໝ່ນີ້ ອາດເຮັດໃຫ້ສະພາບການສັນຈອນບໍ່ມີຄວາມສະດວກ ເພື່ອແກ້ໄຂບັນຫາດັ່ງກ່າວເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຮຽກຮ້ອງຍັງຜູ້ໃຊ້ລົດ-ໃຊ້ຖະໜົນ ເປັນເຈົ້າການໃນການປະຕິບັດກົດລະບຽບການສັນຈອນ ທີ່ວາງອອກ, ຖ້າຫາກທຸກຄົນເປັນເຈົ້າການ ເຊື່ອແນ່ວ່າບັນຫາການສັນຈອນແອອັດໃນປັດຈຸບັນ ຄົງແກ້ໄຂໄດ້ ແລະ ອຸບັດຕິເຫດກໍຈະຫຼຸດລົງ.
Editor: ກຳປານາດ ລັດຖະເຮົ້າ