ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກຽມສົ່ງເຈົ້າໜ້າທີ່ ລົງກວດກາແຮງງານຕ່າງປະເທດ ຢູ່ລາວ ຄັ້ງທີ 2 ພາຍຫຼັງກວດກາ ຄັ້ງທຳອິດ ໃນປີ 2016 ຜ່ານມາ. ພົບວ່າແຮງງານຕ່າງປະເທດ ທີ່ມາເຮັດວຽກຢູ່ ສປປ ລາວ ມີປະມານ 50 ພັນຄົນ ໃນນັ້ນ ຂຶ້ນທະບຽນຖືກຕ້ອງ ຕາມກົດໝາຍ ປະມານ 30 ພັນຄົນ ແລະ ຫຼາຍກວ່າ 20 ພັນຄົນ ແມ່ນເປັນແຮງງານ ຜິດກົດໝາຍ.
ຂະນະທີທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຮສສ ໄດ້ກ່າວໃນງານຖະແຫຼງຂ່າວ ກ່ຽວກັບຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັນດີການ ຮສສ ເລກທີ 4277 ວ່າດ້ວຍການແຕ່ງຕັ້ງ ແລະ ເຄື່ອນໄຫວຂອງເຈົ້າໜ້າທີ່ ກວດກາແຮງງານ ຂຶ້ນໃນວັນທີ 29 ສິງຫາ 2017 ນີ້ວ່າ: ກົມຄຸ້ມຄອງແຮງງານ ແຕ່ງຕັ້ງເຈົ້າໜ້າທີ່ ກວດກາແຮງງານ ຈຳນວນ 77 ຄົນ ໄປປະຈຳການຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍມີໜ້າທີ່ກວດກາແຮງງານ ຄື: ເປັນນັກພັດທະນາສະຖານທີ່ເຮັດວຽກ, ນັກໂຄສະນາກົດໝາຍ; ເປັນຜູ້ບັງຄັບໃຊ້ກົດໝາຍ ແລະ ລະບຽບການຄຸ້ມຄອງແຮງງານ ຢູ່ຫົວໜ່ວຍແຮງງານທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍມີການວາງແຜນ ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດວຽກງານ ກວດກາແຮງງານ; ນຳໃຊ້ມາດຕະການ ທີ່ເປັນການລົງໂທດ ດ້ວຍການປັບໄໝ ຫຼື ການລົງໂທດດ້ານບໍລິຫານ ຕໍ່ກັບຜູ້ໃຊ້ແຮງງານ ທີ່ລະເມີດກົດໝາຍ ແລະ ລະບຽບການແຮງງານ; ຮັບປະກັນການສະໜອງ ຂໍ້ມູນດ້ານວິຊາການ ແລະ ໃຫ້ຄຳແນະນຳແກ່ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານກ່ຽວກັບ ວິທີການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຄຸ້ມຄອງແຮງງານ ໃຫ້ສອດຄ່ອງທີ່ສຸດ; ນຳເອົາບັນຫາ ທີ່ເຫັນວ່າເປັນການລະເມີດ ຫລື ເປັນການກະທຳ ທີ່ເຫັນວ່າຍັງບໍ່ທັນມີນິຕິກຳໃດກວມເອົາເທື່ອນັ້ນມາແຈ້ງຕໍ່ອົງການກ່ຽວຂ້ອງ; ສະຫລຸບລາຍງານ ຜົນການກວດກາ ປະຈຳເດືອນ ໃຫ້ຂັ້ນສູນກາງເປັນປົກກະຕິ; ປະຕິບັດໜ້າທີ່ອື່ນໆທີ່ເຫັນວ່າເປັນການກະທຳ ທີ່ເໝາະສົມ ບໍ່ຂັດກັບນິຕິກຳ ແລະ ບໍ່ເປັນການກ້າວກ່າຍ ໜ້າທີ່ຂອງອົງການອື່ນ, ບໍ່ເປັນການລຳອຽງ ຫລື ສ້າງຜົນປະໂຫຍດໃຫ້ຝ່າຍໃດໜຶ່ງ, ບໍ່ສ້າງຄວາມເຊື່ອມເສຍ ໃຫ້ແກ່ການຈັດຕັ້ງຂອງລັດ ຫລື ພາກສ່ວນນິຕິບຸກຄົນ, ທັງບໍ່ເປັນ ຜົນກະທົບທາງລົບ ຕໍ່ສາຍພົວພັນ ລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ.
Editor: ຕະວັນ ແສງສະຫວັນ