ໃນວັນທີ 29 ສິງຫາ 2017 ຜ່ານມາ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໃນນາມກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ ໄດ້ຈັດກອງປະຊຸມເຝຶກອົບຮົມຄະນະວິຊາການ ຈຸດປະສານງານສຳລັບການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານນາງ ເພັດ ສະຫມອນສອນ, ຮອງຫົວຫນ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ມີທ່ານ ດາວວີ ວົງໄຊ, ຮອງຫົວຫນ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເພື່ອພ້ອມກັນປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດຂອງກອງປະຊຸມຄັ້ງປະຖົມະເລີກ ຂອງຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງໃນຄັ້ງທີ່ຜ່ານມາ ໂດຍສະເພາະລົງເລິກລາຍລະອຽດກ່ຽວກັບກົນໄກ ແລະ ແຜນດຳເນີນງານສຳລັບການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ ຮອດປີ 2030 ລວມເຖິງການກະກຽມເຮັດບົດລາຍງານແຫ່ງຊາດແບບສະມັກໃຈ ເພື່ອລາຍງານຄວາມຄືບຫນ້າການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງຂອງລາວ ໃນກາງປີ 2018 ທີ່ອົງການສະຫະປະຊາຊາດ ທີ່ ນິວຢອກ, ປະເທດສະຫະລັດ ອາເມລິກາ.
Editor: ຕະວັນ ແສງສະຫວັນ