ໃນວັນທີ 30 ສິງຫາ 2017 ຖືວ່າເປັນມື້ທໍາອິດ ໃນການຈັດຕັ້ງປະຕິບັດໃນການຫຼຸດຈໍານວນການອອກຫວຍ ຈາກ 2 ຄັ້ງຕໍ່ອາທິດ ມາເປັນ 1 ຄັ້ງຕໍ່ອາທິດ ເຊິ່ງຈະກໍານົດເອົາທຸກໆວັນພຸດເປັນມື້ຂາຍຫວຍ ແລະ ຈະປະກາດຜົນຫວຍໃນເວລາ 20:00 ໂມງ.
ພາຍຫຼັງທີ່ລັດຖະບານ ໄດ້ອອກແຈ້ງການວ່າດ້ວຍການເຄື່ອນໄຫວວຽກງານຂອງ ບໍລິສັດ ລັດວິສາຫະກິດຫວຍພັດທະນາລາວ ໃນໄລຍະຜ່ານມາ ແລະ ທິດທາງການເຄື່ອນໄຫວຕໍ່ໜ້າ. ໃນນັ້ນ ໃຫ້ຫຼຸດ ຜ່ອນການອອກເລກລາງວັນຫວຍ ໃຫ້ເຫຼືອ 1 ຄັ້ງຕໍ່ອາທິດ ແລະ ໃຫ້ຢຸດເຊົາການເຄື່ອນໄຫວຫວຍທວາຍຜົນເຕະບານ ແລະ ດໍາເນີນທຸລະກິດຫວຍ SMS.
ຫຼ້າສຸດ ບໍລິສັດ ອິນຊີເທຣດດິ້ງ ຈຳກັດຜູ້ດຽວ ໄດ້ອອກແຈ້ງການເຖິງບັນດາພະນັກງານຫົວໜ້າໜ່ວຍ ແລະ ຄົນຂາຍຫວຍດີຈິຕອນຂອງບໍລິສັດ ອິນຊີເທຣດດິ້ງ ຈຳກັດ ຜູ້ດຽວ. ເລື່ອງ: ການກຳນົດມື້ອອກເລກລາງວັນຫວຍພັດທະນາ ຈາກ 2 ຄັ້ງ ຕໍ່ອາທິດ ມາເປັນ 1 ຄັ້ງຕໍ່ອາທິດ. ໂດຍມີເນື້ອໃນວ່າ: ອີງຕາມ ແຈ້ງການ ຂອງບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ສະບັບເລກທີ 0870/ຫພນ, ລົງວັນທີ 24 ສິງຫາ 2017 ຫົວໜ້າ ບໍລິສັດ ອິນຊີເທຣດດິ້ງ ຈຳກັດຜູ້ດຽວ ຂໍແຈ້ງມາຍັງຫົວໜ້າໜ່ວຍ, ຄົນຂາຍຫວຍ ຕະຫຼອດຜູ້ມັກສ່ຽງໂຊກ ຊີງລາງວັນໃນຂອບເຂດທົ່ວປະເທດຊາບວ່າ: ທາງບໍລິສັດ ວິສາຫະກິດຫວຍພັດທະນາ ໄດ້ປັບປຸງມື້ອອກລາງວັນຫວຍພັດທະນາຈາກ 2 ຄັ້ງຕໍ່ອາທິດ ມາເປັນ 1 ຄັ້ງຕໍ່ອາທິດ ໂດຍກຳນົດເອົາທຸກໆວັນພຸດ ເປັນມື້ອອກເລກລາງວັນ ໃນເວລາ 20:00 ໂມງ, ເຊິ່ງຈະເລີ່ມຈັດຕັ້ງ ປະຕິບັດ ນັບແຕ່ວັນທີ 30 ສິງຫາ ເປັນຕົ້ນໄປ.
Editor: ຕະວັນ ແສງສະຫວັນ