ວັນທີ່ 29 ສີງຫານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານໄກ່ເກ່ຍ ຈັດສັນພື້ນທີ່ຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ. ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີນທະວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະກຳມະການຊີ້ນຳຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຟ້າສະນັ່ນ ທໍາມະວົງ ຫົວໜ້າພະແນກ ໂຍທທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ລາຍງານກ່ຽວກັບຜົນກະທົບ ດ້ານພື້ນຖານໂຄງລ່າງຂອງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ມີຄວາມຍາວແລວທາງຜ່ານແຂວງຫຼວງພະບາງ 80 ກິໂລແມັດ, ໂດຍຜ່ານ 3 ເມືອງ ແລະ 29 ບ້ານ ຄື: ເມືອງຈອມເພັດ ຍາວປະມານ 19 ກິໂລແມັດ ຜ່ານ 7 ບ້ານ, ມີສະຖານີ 2 ແຫ່ງ, ຂົວ 8 ແຫ່ງ ແລະ ອຸໂມງ 6 ແຫ່ງ. ເມືອງຫຼວງພະບາງ ຍາວປະມານ 11 ກິໂລແມັດ ຜ່ານ 8 ບ້ານ, ມີສະຖານີ 1 ແຫ່ງ, ຂົວ 6 ແຫ່ງ ແລະ ອຸໂມງ 2 ແຫ່ງ. ເມືອງຊຽງເງິນ ຍາວປະມານ 50 ກິໂລແມັດ ຜ່ານ 14 ບ້ານ, ມີສະຖານີ 3 ແຫ່ງ, ຂົວ 16 ແຫ່ງ ແລະ ອຸໂມງ 14 ແຫ່ງ.
ລວມແລ້ວພາຍໃນແຂວງ ມີສະຖານີທັງໝົດ 6 ແຫ່ງ, ໃນນີ້: ມີສະຖານີໃຫຍ່ 1 ແຫ່ງ ຢູ່ເມືອງຫຼວງພະບາງ; ມີຂົວທັງໝົດ 30 ແຫ່ງ, ໃນນີ້: ມີຂົວຂ້າມນໍ້າຂອງ 2 ແຫ່ງ ແລະ ຂົວຂ້າມນໍ້າຄານ 3 ແຫ່ງ; ມີອຸໂມງທັງໝົດ 22 ແຫ່ງ; ອັດຕາສ່ວນຂົວ ແລະ ອຸໂມງ ເທົ່າກັບ 78.93% ຂອງໄລຍະທາງທັງໝົດ. ປະຈຸບັນ ຄະນະກໍາມະການຂັ້ນແຂວງ ໄດ້ລົງສືກສາອົບຮົມໃຫ້ປະຊາຊົນທີ່ຖືກຜົນກະທົບ ຮັບຮູ້ເຖີງແນວທາງການພັດທະນາຂອງລັດຖະບານ ພ້ອມທັງເກັບກຳຂໍ້ມູນຜົນກະທົບຕົວຈີງ ເພື່ອສັງລວມຂໍ້ມູນ ແລະ ຄິດໄລ່ຫົວໜ່ວຍຊົດເຊີຍຕົວຈີງ.
ມາຮອດປັດຈຸບັນ ຄະນະກຳມະການຂອງແຂວງຫຼວງພະບາງ ສາມາດເກັບກຳໄດ້ໃນໄລຍະລວງຍາວ 49 ກິໂລແມັດ ເທົ່າກັບ 61.25% ຂອງລວງຍາວທັງໝົດ 80 ກິໂລແມັດ. ນອກຈາກນີ້, ຍັງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ບໍລິສັດຮັບເໝົາ ແກ້ໄຂຄໍາສະເໜີຂອງປະຊາຊົນ ແລະ ແກ້ໄຂຜົນກະທົບຈໍານວນໜື່ງທີ່ເປັນບ່ອນກໍ່ສ້າງທີ່ຮີບດ່ວນ. ເພື່ອເຮັດໃຫ້ການຊົດເຊີຍຜົນກະທົບຖືກຕາມທິດຊີ້ນຳຂອງລັດຖະບານ.
ທ່ານ ບຸນຈັນ ສີນທະວົງ ໄດ້ມີຄໍາເຫັນຊີ້ນໍາໃຫ້ຄະຊີ້ນໍາຂັ້ນແຂວງ, ຂັ້ນເມືອງ ຈົ່ງຮີບຮ້ອນໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອລົງເກັບກຳຂໍ້ມູນໃຫ້ສຳເລັດ ພ້ອມທັງປັບປຸງລະບົບການຄິດໄລຫົວໜ່ວຍຊົດເຊີຍໃຫ້ລະອຽດ ຮັບປະກັນຄວາມສອດຄ່ອງກັບສະພາບຄວາມເປັນຈີງ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບດີຂື້ນກ່ວາເກົ່າ ທັງອຳນວຍຄວາມສະດວກໃຫ້ແກ່ ໂຄງການກໍ່ສ້າງໄດ້ລົງມືປະຕິບັດຕາມແຜນການ. deth ( 08 ) 29–58
ໂອກາດການລົງຊີ້ນຳວຽກງານຄັ້ງນີ້ ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງພ້ອມຄະນະ ໄດ້ລົງຢ້ຽມຢາມເຂດເຈາະອຸໂມງພູຜາບ່ອງ, ການກໍ່ສ້າງຂົວຂ້າມນ້ຳຂອງ ແລະ ບ້ານບວມອໍ້ ເມືອງຊຽງເງີນ ເຊີ່ງເປັນບ້ານທີ່ຖືກຜົນກະທົບຈະຕ້ອງໄດ້ມີການຍົກຍ້າຍປະຊາຊົນໝົດບ້ານ.
Editor: ຕະວັນ ແສງສະຫວັນ