ເສັ້ນທາງເມືອງຄົງເຊໂດນ ຖືກນໍ້າຖ້ວມ 10 ກວ່າເສັ້ນທາງ ຈາກຝົນຕົກຕິດຕໍ່ກັນຫຼາຍມື້, ໃນນັ້ນ ເສຍຫາຍ 70 ກວ່າກິໂລແມັດ, ປະເມີນມູນຄ່າສ້ອມແປງບໍ່ຕ່ໍ່າກວ່າ 14 ຕື້ກີບ ພາຍຫຼັງນໍາ້ລົງ ແຕ່ສະພາບການສັນຈອນ ຍັງກະທົບ ແລະ ລໍຖ້າການປັບປຸງ.
ທາງດ້ານທ່ານ ສົມລິດ ອຸ່ນຈິດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຄົງເຊໂດນ, ແຂວງ ສາລະວັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວແຂວງ ສາລະວັນ ໃນທ້າຍອາທິດຜ່ານມາວ່າ ໃນເດືອນກໍລະກົດ ຝົນໄດ້ຕົກໜັກເຮັດໃຫ້ແມ່ນ້ໍາເຊໂດນຂຶ້ນໄວ, ເຮັດໃຫ້ເສັ້ນທາງໄປມາລະຫວ່າງບ້ານຕໍ່ບ້ານຖືກຖ້ວມ 14 ເສັ້ນທາງ, ມີຄວາມຍາວ 177.2 ກິໂລແມັດ, ໃນນັ້ນ ຖືກຖ້ວມເສຍຫາຍ 75.40 ກິໂລແມັດ ປະເມີນມູນຄ່າສ້ອມແປງປົກກະຕິ, ປູດິນໜາ 15 ຊັງຕີແມັດ ຄິດເປັນມູນຄ່າ 14 ຕື້ 800 ກວ່າລ້ານ.
ທ່ານ ກ່າວຕື່ມວ່າ: ພາຍຫຼັງນ້ໍາໄດ້ລົງໃນວັນທີ 31 ກໍລະກົດ ທາງວິຊາການຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ກໍ່ໄດ້ລົງສຳຫຼວດເກັບກຳຄວາມເສຍຫາຍຂອງເສັ້ນທາງ ເຊິ່ງມີ 3 ກຸ່ມຄື: ກຸ່ມແກ້ງໂຄນ, ກຸ່ມນານົງ, ກຸ່ມຕານປ່ຽວ ແລະ ມີ 4 ເສັ້ນທາງທີ່ບໍ່ສາມາດໄປໄດ້ຄື: ເສັ້ນທາງເລກທີ 6908 ແຍກທາງ 13 ໃຕ້ ເທດສະບານເມືອງຄົງ ຫາ ແຍກທາງ 15 ບ້ານສີນວນໃຕ້, ເຊິ່ງມີລວງຍາວ 17 ກິໂລແມັດ, ເສັ້ນທາງເລກທີ 7235 ແຍກທາງ 13 ໃຕ້, ບ້ານດອນເມືອງ ຫາແຍກ 13 ໃຕ້ ບ້ານຫ້ວຍເຊົາ, ເຊິ່ງມີລວງຍາວ 14 ກິໂລແມັດ, ເສັ້ນທາງເລກທີ 2730 ແຍກທາງ 13 ໃຕ້ບ້ານແກ້ງຫວດ ຫາ ແຄມເຊບ້ານແກ້ງໂຄນນ້ອຍ ມີລວງຍາວ 4 ກິໂລແມັດ ແລະ ເສັ້ນທາງເລກທີ 6957 ບ້ານເມືອງເກົ່າ ຫາ ບ້ານດອນແກ້ວ ເຊິ່ງມີລວງຍາວ 21 ກິໂລແມັດ ແລະ ມີສອງເສັ້ນທີ່ສະເໜີແກ້ໄຂສຸກເສີນຄື: ເສັ້ນແກ້ງໂຄນ ຫາ ແກ້ງຫວດ ມີລວງຍາວ 4 ກິໂລແມັດ, ຖືກເສຍຫາຍ 3 ກິໂລແມັດ, ແລະ ເສັ້ນທາງ 6908 ແຍກ 13 ໃຕ້ເທດສະບານ ຫາ ແຍກທາງ 15 ບ້ານສີນວນໃຕ້, ມີລວງຍາວ 23 ກິໂລແມັດ, ຖືກເສຍຫາຍ 4 ກິໂລແມັດ.
Editor: ດາວໄຊ ສີວິໄລ