ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ, ແຂວງສະຫວັນນະເຂດ ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ (ຢາບ້າ) ຢູ່ຂອບເຂດບ້ານໂນນເຕົາຖ່ານ ແລະ ບ້ານນາຍຸງ, ເມືອງສອງຄອນ, ແຂວງສະຫວັນນະເຂດ ໄດ້ຜູ້ຖືກຫາ 4 ຄົນ, ຍິງ 2 ຄົນ, ພ້ອມຢາບ້າ 15 ມັດ ເທົ່າ 30.000 ເມັດ, ຢືດລົດໃຫຍ່ 2 ຄັນ, ລົດຈັກ 2 ຄັນ ແລະ ມືຖື 4 ໜ່ວຍ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ເວລາປະມານ 15:30 ໂມງຂອງວັນທີ 23 ສິງຫາ 2017 ໄດ້ເຂົ້າຈັບກຸມ, ກຸ່ມແກ້ງຄ້າຂາຍຢາເສບຕິດ ໄດ້ຜູ້ຖືກຫາ 2 ຄົນ ຊື່: ທ້າວ ເດດ ອາຍຸ 35 ປີ ຢູ່ບ້ານນວນວິໄລ ແລະ ນາງ ນິດ ອາຍຸ 48 ປີ ຢູ່ບ້ານນາຄຳກົບ ທັງສອງຢູ່ເມືອງສອງຄອນ, ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ ຈໍານວນ 9 ມັດ ເທົ່າກັບ 18.000 ເມັດ, ລົດໃຫຍ່ 1 ຄັນ ແລະ ໂທລະສັບມືຖື 2 ໜ່ວຍ.
ໃນວັນດຽວກັນນັ້ນ, ເຈົ້າໜ້າທີ່ໄດ້ກັກຕົວເປົ້າໝາຍເຄື່ອນໄຫວ ຊື້-ຂາຍ ຢາເສບຕິດ ຢູ່ຂອບເຂດບ້ານນາຍຸງເມືອງສອງຄອນ, ແຂວງສະຫວັນນະເຂດ ໄດ້ຜູ້ຖືກຫາ 2 ຄົນ ຄື: ທ້າວ ທຶງ ອາຍຸ 33 ປີ ຢູ່ບ້ານນາຍຸງ ແລະ ນາງ ວົງ ອາຍຸ 33 ປີ ບ້ານແກ້ງຫີນແກ້ວ ທັງສອງຢູ່ ເມືອງສອງຄອນ, ແຂວງສະຫວັນນະເຂດ ພ້ອມຢາບ້າ ຈໍານວນ 6ມັດ ເທົ່າກັບ 12.000 ເມັດ, ລົດໃຫຍ່ 1 ຄັນ, ລົດຈັກ 2 ຄັນ ແລະ ໂທລະສັບ 2 ໜ່ວຍ ມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມກົດໝາຍ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ