ເຈົ້າຫນ້າທີ່ພາສີ ປະຈໍາດ່ານພູເກືອ, ເມືອງພູວົງ, ແຂວງອັດຕະປື ໄດ້ສົມທົບກັບຂະແຫນງການກ່ຽວຂອ້ງ ເພື່ອຈັບກຸມຂະບວນການຄ້າຂາຍສັດປ່າ ໄດ້ສັດປ່າຈຳນວນໜຶ່ງໃນມື້ວັນທີ 23 ສິງຫາ 2017.
ໂດຍເຈົ້າທີ່ພາສີ ໄດ້ກວດຄົ້ນລົດໂດຍສານຄັນໜຶ່ງ ຫມາຍເລກທະບຽນ 82B- 00483 ຢູ່ຈຸດບາລີແຢ ຂາອອກໄປຫວຽດນາມ ໄດ້ພົບເຫັນໄມ້, ສັດປ່າຍັງມີຊີວິດຢູ່ ແລະ ຊິ້ນສັດປ່າຈຳນວນໜຶ່ງ ຢູ່ໃນລົດຄັນດັ່ງກ່າວເປັນຊິ້ນຫມູປ່າ 15 ກິໂລ, ໂຕກະທ້າງ ຍັງມີຊີວິດ 5 ຖົງ ເທົ່າກັບ 25 ກິໂລ ແລະ ໄມ້ດູ່, ໄມ້ດູ່ຕັບ ມີນໍ້າໜັກ 42 ກິໂລ.
ພາຍຫຼັງກວດພົບ ເຈົ້າໜ້າທີ່ແມ່ນໄດ້ປັບໃໝ່ຕາມລະບຽບກົດໝາຍພາສີ, ສ່ວນສັດປ່າທີ່ຍັງມີຊີວິດຢູ່ ແມ່ນໄດ້ແຕ່ງຕັ້ງກຳມະການນຳໄປປ່ອຍຄືນສູ່ທຳມະຊາດ, ສ່ວນຊິ້ນສັດປ່າໄດ້ທຳລາຍຖີ້ມ ແລະ ໄມ້ດູ່ 6 ຕັບນັ້ນ ແມ່ນຮິບໄວ້ຢູ່ສາງພາສີ ເພື່ອປະມູນຂາຍຕໍ່ໄປ.
Editor: ຕະວັນ ແສງສະຫວັນ