ສົກຮຽນປີ 2017–2018 ຈະເລີ່ມເປັນທາງການໃນວັນທີ 1 ກັນຍາ 2017 ທີ່ຈະມາເຖິງ ເຊິ່ງຍັງອີກພຽງ 2 – 3 ມື້ເທົ່ານັ້ນ. ທາງດ້ານທ່ານ ສິງພັນ ຈັນທະສອນ, ຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນ ມາລີນີ ບອກກັບຜູ້ສື່ຂ່າວຂອງເຮົາ ວ່າ: ປັດຈຸບັນ ພວກເຮົາມີຄວາມກຽມພ້ອມ 100% ໃນການເປີດການຮຽນການຮຽນ-ການສອນໃນສົກປີ 2017-2018, ບໍ່ວ່າຈະເປັນດ້ານອາຄານ ສະຖານທີ, ຫ້ອງຮຽນ, ລົດຮັບສົ່ງ, ຄູ-ອາຈານ ທີ່ມີຄຸນນະພາບພຽງພໍ ແລະ ອື່ນໆ
ໂຮງຮຽນ ຂອງພວກເຮົາຈະນຳໃຊ້ຫຼັກສູດການຮຽນການສອນນັບແຕ່ຊັ້ນອະນຸບານ, ປະຖົມ, ມໍຕົ້ນ, ມໍປາຍ ໝາຍຄວາມວ່າເປັນມັດທະຍົມສົມບູນ, ສອນໄດ້ມາດຖານ ຕາມ 5 ຫຼັກມູນການສຶກສາ, ຊຶ່ງໃນໄລຍະຜ່ານມາທາງໂຮງຮຽນ ກໍ່ສາມາດຍາດໄດ້ຜົນງານຫຼາຍດ້ານເປັນຕົ້ນແມ່ນ: ມີນັກຮຽນເກັ່ງ, ນັກຮຽນດີ, ນອກນັ້ນ ຄູ-ອາຈານສອນຂອງໂຮງຮຽນຍັງໄດ້ມີຄຸນນະພາບ ສອນດີ-ສອນເກັ່ງ , ຈົບຈາກມະຫາວິທະຍາໄລ ປະລິນຍາຕີ ເຂົ້າມາສິດສອນ.
ໃນຫຼັກສູດການສອນນອກຈາກຈະມີພາສາລາວ ທາງໂຮງຮຽນຍັງເປີດສອນພາສາຕ່າງປະເທດ ເປັນຕົ້ນແມ່ນພາສາອັງກິດ, ທີ່ສອນໂດຍຄູຕ່າງປະເທດທີ່ເປັນເຈົ້າຂອງພາສາ ເພື່ອເພີ່ມຄຸນນະພາບການຮຽນຂື້ນຕື່ມ.
ສຳລັບສົກຮຽນປີ 2017-2018 ທາງໂຮງຮຽນພວກເຮົາ ຍັງຈະເນັ້ນປັບປຸງຄູສອນ ໃຫ້ເປັນມືອາຊີບ ແລະ ເປັນມາດຖານ ເພື່ອເຮັດແນວໃດ ເພື່ອຕໍ່ຍອດ ແລະ ສົ່ງຄວາມຮູ້ໃຫ້ນັກຮຽນ ໄດ້ຮັບຂໍ້ມູນຫຼາຍທີ່ສຸດ ເພື່ອໃຫ້ໄດ້ນັກຮຽນເກັ່ງໃນຂັ້ນເມືອງ, ນະຄອນຫຼວງ ແລະ ລະດັບປະເທດໃນບາດກ້າວຕໍ່ໄປ.
ໂຮງຮຽນປະຖົມ-ມັດທະຍົມສົມບູນ ມາລີນີ ໄດ້ສ້າງຕັ້ງໂຮງຮຽນ 2009 ປະກອບມີອາຄານຫ້ອງຮຽນສາມຊັ້ນ ໃນນີ້, ມີຈຳນວນຫ້ອງຮຽນທັງໝົດ 30 ຫ້ອງ ແຕ່ລະຫ້ອງຕິດແອ, ມີສະໜາມກີລາ, ເດີນຈອດລົດ ແລະ ສິ່ງອຳນວນຄວາມສະດວກຕ່າງໆ ລວມທັງ ຮ້ານອາຫານ ແລະ ລົດຮັບສົ່ງ.
ໂຮງຮຽນປະຖົມ-ມັດທະຍົມສົມບູນ ມາລີນີ ຫວັງເປັນຕົ້ນແບບໃນການກໍ່ສ້າງ ຫຼື ຫຼໍ່ຫຼອມນັກຮຽນໃຫ້ມີຄວາມຮູ້ຄວາມສາມາດໃນຫຼາຍດ້ານ ທັງນີ້, ກໍເພື່ອປູກຝັງຮາກຖານ ຫຼື ເສັນທາງໃຫ້ກັບນັກຮຽນໃນການຮຽນຕໍ່ ຫຼັງຈົບມໍ 7 ເພື່ອຕໍ່ໃສ່ວິຊາຊີບ ໂດຍຫວັງກໍ່ສ້າງອານາຄົດຂອງຊາດໃຫ້ມີຄວາມຮູ້ຄວາມສາມາດ ເພື່ອນໍາມາພັດທະນາປະເທດ ໃຫ້ມີຄວາມຈະເລີນກ້າວໜ້າໃຫ້ທັນກັບປະເທດອື່ນໆ.
ມີສຽງສຳພາດທ່ານ ສິງພັນ ຈັນທະສອນ, ຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນ ມາລີນີ ມາໃຫ້ຮັບຮູ້ເພີ່ມຕື່ມ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ