ເມື່ອເວົ້າເຖິງບັນຫາ ເສັ້ນທາງ ແມ່ນຍັງມີຫລາຍສິ່ງ-ຫລາຍຢ່າງ ທີ່ສັງຄົມຍັງຕ້ອງພົບພໍ້ ໂດຍສະເພາະ ເສັ້ນທາງໃນບາງບ້ານ ທີ່ຢູ່ໃນນະຄອນຫລວງວຽງຈັນ ຍັງບໍ່ໄດ້ມາດຕະຖານ ຫລື ອາດໄດ້ມາດຕະຖານ ແຕ່ວ່າ ອາຍຸການໃຊ້ງານ ຫມົດ ກໍ່ເຮັດໃຫ້ເປ້ເພໄດ້ ຕືກັນ. ດັ່ງທີ່ທີມຂ່າວລາຍການສະບາຍດີເມືອງລາວ ຈະນຳມາສະເຫນີ ໃຫ້ເຫັນ ເຖິງຄວາມຫຍຸ້ງຍາກ ຕໍ່ການສັນຈອນ ໄປ-ມາ ຂອງປະຊາຊົນ ອີກຈຸດຫນຶ່ງທີ່ຫນ້າສົນໃຈ ແລະ ປະຊາຊົນພົບຄວາມຫຍຸ້ງຍາກ ຄື ເສັ້ນທາງ ບ້ານສະພັງມໍ້ ເມືອງໄຊເສດຖາ ( ບໍລິເວນ 3 ແຍກ ) ເມື່ອກ່ອນ ເສັ້ນທາງນີ້ ແມ່ນມີຂຸມພຽງເລັກນ້ອຍ ແຕ່ມາໃນປະຈຸບັນ ຂຸມແມ່ນຫລາຍຂື້ນ ແລະ ໃຫຍ່ຂື້ນ ກາຍເປັນບວກນ້ຳ ແລະ ເມື່ອເວລາ ລົດ ຈັກ ຫລື ລົດໃຫຍ່ ແລ່ນມາ ຮອດກຈຸດນີ້ ແມ່ນຕ້ອງພົບອຸປະສັກ ໄປຍາກ ແລະ ສ່ຽງຕໍ່ການເກີດອຸປະຕິເຫດ. ຜ່ານມາ ຈຸດດັ່ງກ່າວ ແມ່ນເກີດອຸປະຕິເຫດຫລາຍຄັ້ງແລ້ວ ໂດຍສະເພາະລົດຈັກ ທີ່ແລ່ນມາ ແລ້ວບໍ່ລະວັງ ເສຍຫລັກ ເພາະຕົກຂຸມ ລົມ ມາແລ້ວ ຫລາຍຄັນ.
ໃນໄລຍະ 2 ປີກ່ອນນີ້ ຂຸດດັ່ງກ່າວ ທາງລາຍການສະບາຍດີເມືອງລາວ ເຄີຍໄດ້ນຳສະເຫນີອອກຂ່າວໄປແລ້ວ ກ່ຽວກັບການເປ້ເພ ຂອງເສັ້ນທາງ ບ້ານສະພັງມໍ້ ໃນເຂດດັ່ງກ່າວ, ຫລັງຈາກນັ້ນ ແມ່ນໄດ້ຮັບການສ້ອມແປງ ປັບປຸງໃຫ້ດີຂື້ນ ສະດວກຕໍ່ການສັນຈອນໄປມາ ຂອງຜູ້ສັນຈອນ, ໄລຍະຜ່ານມາ 2 ປີ ຈຸດດັ່ງກ່າວ ແມ່ນໄດ້ເລີ່ມກັບມາສູ່ສະພາບຄືເກົ່າ, ຄື: ເປັນຂຸມເລີກ, ເປັນບວກນ້ຳ ເຊີ່ງສົ່ງຜົນຕໍ່ການສັນຈອນຂອງປະຊາຊົນ ແລະ ຜູ້ຄົນ ທີ່ເດີນທາງຜ່ານໄປ, ຜ່ານມາ ໃນເສັ້ນທາງແຫ່ງນີ້, ແລະ ໄລຍະນີ້ ແມ່ນເປັນໄລຍະເປີດສົກຮຽນໃຫມ່ ເສັ້ນທາງດັ່ງກ່າວ ຖືວ່າເປັນເສັ້ນທາງຫລັກ ໃນການເດີນທາງໄປໂຮງຮຽນ ຂອງນັກຮຽນ ມສ ໄຊເສດຖາ ແລະ ໂຮງຮຽນແຫ່ງອື່ນໆ. ສະນັ້ນ ເພື່ອຮັບປະກັນທາງດ້ານຄວາມປອດໄພ ຫລີກເວັນການເກີດອຸປະຕິເຫດ ຈິ່ງຝາກເຸິງຜູ້ສັນຈອນ ແລະ ຜູ້ທີ່ນຳໃຊ້ລົດ-ໃຊ້ຖະຫນົນ ຈົ່ງມີສະຕີໃນການແລ່ນລົດ ຄ່ອຍໄປ-ຄ່ອຍມາ ເອົາໃຈໃສ່ຮ່ວມກັນ, ອີກດ້ານຫນຶ່ງ ກະຂໍຝາກເຖິງ ພາກສ່ວນທີ່ກ່ຽວຂ້ອງ ລົງສຳຫລວດກວດກາ ແລະ ໃຫ້ການຮ່ວມມື ແກ້ໄຂ ສ້ອມແປງໃນຈຸດດັ່ງກ່າວ ເພື່ອໃຫ້ມີຄວາມສະດວກ ຕໍ່ການສັນຈອນ ໄປ-ມາ ຫລື ສ້ອມແປງໃຫ້ດີຂື້ນ ຢີ່ງເປັນການດີ ....ອາດຈະເປັນ ອຳນາດການປົກຄອງບ້ານບໍ່ ຫລື ອຳນາດການປະຄອງອື່ນທີ່ກ່ຽວຂ້ອງ.
Editor: ກຳປານາດ ລັດຖະເຮົ້າ