ໃນວັນທີ 29 ສິງຫາ 2017 ທີ່ ນະຄອນຫລວງວຽງຈັນ ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໃນນາມກອງເລຂາຄະນະຊີນໍາ ລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ໄດ້ຈັດກອງປະຊຸມຝຶກອົບຮົມ ຄະນະວິຊາການ ຈຸດປະສານງານສໍາລັບການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງຢູ່ລາວ ໂດຍການເຂົ້າຮ່ວມຂອງ ທ່ານນາງ. ເພັດສະໝອນ ສອນ ຮອງຫົວຫນ້າສູນສະທິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທືນ, ມີທ່ານ ດາວວີ ວົງໄຊ ຮອງຫົວຫນ້າກົມ ອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເພື່ອພ້ອມກັນປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດຂອງ ກອງປະຊຸມຄັ້ງປະຖົມມະເລີກຂອງ ຄະນຊີນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃນຄັ້ງທີ່ຜ່ານມາ ໂດຍສະເພາະລົງເລິກລາຍລະອຽດກ່ຽວກັບກົນໄກ ແລະ ຜົນດໍາເນີນງານ ສໍາລັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 ລວມທັງການກະກຽມເຮັດບົດລາຍງານແຫ່ງຊາດແບບສະໝັກໃຈ ເພື່ອລາຍງານຄວາມຄືບຫນ້າ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງລາວ ໃນກາງປີ 2018 ຢູ່ອົງການສະຫະປະຊາຊາດ ທີ່ ນິວຢອກ ປະເທດສະຫະລັດອາເມລິກາ.
Editor: ກຳປານາດ ລັດຖະເຮົ້າ