ໃນວັນທີ 28 ສິງຫາ 2017 ຜ່ານມານີ້, ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະກຳມະການຮັບຜິດຊອບ ໂຄງການກໍ່ສ້າງເສັ້ນທາງລົດໄຟຂັ້ນແຂວງ ແລະ ເມືອງ ໄດ້ລົງກວດເບີ່ງການກໍ່ສ້າງອຸໂມງຢູ່ເຂດບ້ານພອນໄຊ ແລະ ມາໃນວັນທີ 29 ສິງຫາ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ໄດ້ຈັດກອງປະຊຸມຫາລື ວຽກງານໄກ່ເກ່ຍຈັດສັນພື້ນທີ່ຜົນກະທົບ ຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈິນ ໂດຍການເປັນປະທານ ຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕິກະຊວງຟຍທາທິການ ແລະ ຂົນສົ່ງ , ໂດຍມີຄະນະກຳມະການຊີ້ນຳ ແຂວງ ເມືອງ ເຂົ້າຮ່ວມ.
ການຫາລື ຄັ້ງນີ້ ທ່ານ ຟ້າສະນັ່ນ ທຳມະວົງ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ໄດ້ລາຍງານກ່ຽວກັບຜົນກະທົບຕໍ່ພື້ນຖານໂຄງລ່າງ ຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ສຳລັບແລວທາງເສັ້ນທາງລົດໄຟ ຜ່ານແຂວງຫລວງພະບາງ ມີຄວາມຍາວ 80 ກິໂລແມັດ, ໂດຍຜ່ານ 3 ເມືອງ ແລະ 29 ບ້ານ ຄື:
- ເມືອງຈອມເພັດ ຍາວປະມານ 19 ກິໂລແມັດ, ຜ່ານ 7 ບ້ານ, ມີສະຖານີ 2 ແຫ່ງ, ຂົວ 8 ແຫ່ງ ແລະ ອຸໂມງ 6 ແຫ່ງ.
- ເມືອງຫລວງພະບາງ ຍາວປະມານ 11 ກິໂລແມັດ, ຜ່ານ 8 ບ້ານ, ມີ 1 ສະຖານີ, ຂົວ 6 ແຫ່ງ ແລະ ອຸໂມງ 2 ແຫ່ງ,
- ເມືອງຊຽງເງິນ ຍາວປະມານ 50 ກິໂລແມັດ, ຜ່ານ 14 ບ້ານ, ມີ 3 ສະຖານີ, ຂົວ 16 ແຫ່ງ ແລະ ອຸໂມງ 14 ແຫ່ງ. ລວມທັງໝົດ ພາຍໃນແຂວງຫລວງພະບາງ ມີສະຖານນີ ທັງໝົດ 6 ສະຖານີ ໃນນັ້ນ ສະຖານີໃຫຍ່ 1 ແຫ່ງ ທີ່ເມືອງຫລວງພະບາງ, ມີຂົວທັງໝົດ 30 ແຫ່ງ, ໃນນັ້ນ ມີຂົວຂ້າມນ້ຳຂອງ 2 ແຫ່ງ ແລະ ຂົວຂ້າມນ້ຳຄານ 3 ແຫ່ງ, ມີອຸໂມງທັງໝົດ 22 ແຫ່ງ.
ປະຈຸບັນຄະນະກຳມະການຂັ້ນແຂວງ ໄດ້ລົງສືກສາອົບຮົມໃຫ້ປະຊາຊົນທີ່ຖືກຜົນກະທົບ ຮູ້ເຖິງແນວທາງພັດທະນາ ຂອງລັດຖະບານ, ທັງສັງລວມ ແລະ ຄິດໄລ່ຫົວຫນ່ວຍຊົດເຊີຍຕົວຈິງ ໃຫ້ປະຊາຊົນ ທີ່ຖືກຜົນກະທົບ ເພື່ອເຮັດໃຫ້ການຊົດເຊີຍຜົນກະທົບ ຖືກຕາມທິດຊີ້ນຳຂອງລັດຖະບານ ທ່ານລັດຖະບານ ໄດ້ເນັ້ນຫນັກ ໃຫ້ຄະນະຊີ້ນຳຂັ້ນແຂວງ, ຂັ້ນເມືອງ ຈົ່ງຮິບຮ້ອນ ໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ການກັບກຳຂໍ້ມູນສຳເລັດ, ພ້ອມທັງປັບປຸງ ລະບົບການຄິດໄລ່ຫົວຫນ່ວຍຊົດເຊີຍ ທີ່ລະອຽດ ສອດຄ່ອງກັບຄວາມເປັນຈິງ. ແນ່ໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນ.
Editor: ກຳປານາດ ລັດຖະເຮົ້າ