ໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມ ດັ່ງກ່າວ ເປັນອີກຫນຶ່ງໂຄງການ ທີ່ຂື້ນກັບໂຄງການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ທີ່ທະນາຄານພັດທະນາອາຊີ ( ເອດິບີ ) ເປັນຜູ້ໃຫ້ການສະຫນັບສະຫນູນທາງດ້ານທຶນ. ການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຄູປ້ອງກັນນ້ຳຖ້ວມ ແມ່ນມີພາລະບົດບາດໃນການກໍ່ສ້າງຄູປ້ອງກັນນ້ຳຖ້ວມ ແລະ ເສັ້ນທາງຄົມມະນາຄົມ ໂດຍການຍົກລະດັບເສັ້ນທາງຫລວງ ເຂດເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ໃຫ້ກາຍເປັນຄູປ້ອງກັນນ້ຳຖ້ວມ ທີ່ມີຄວາມຍາວ 32 ກວ່າ ກິໂລແມັດ.; ເຊີ່ງການກໍ່ສ້າງ ແມ່ນໄດ້ແບ່ງອອກເປັນ 2 ໄລຍະ ຄື:
ໄລຍະທີ 1 ແມ່ນເລີ່ມຈາກສະຖານີດາວທຽມ ລາວສະຕາຣ ( ລາວເຊັສ ) - ຂົວມິດຕະພາບ ລາວ-ໄທ 1 ມີຄວາມຍາວ 4 ກິໂລແມັດ, ແລະ ໄລຍະທີ 2 ຈາກຂົວມິດຕະພາບ ຫາປາກຫ້ວຍນ້ຳຫມາກຮຽວ ເຊີ່ງມີຄວາມຍາວ 26 ກວ່າກິໂລແມັດ, ສັນຄູແມ່ນຈະກໍ່ສ້າງເປັນເສັ້ນທາງຄົມມະນາຄົມ ປູຢາງດ້ວຍອາດສະຟານ ມີຄວາມກວ້າງ 10 ແມັດ. ພ້ອມກັນນັ້ນ ໂຄງການຍັງຈະໄດ້ປັບປຸງປະຕູຄວບຄຸມນ້ໍາ ທີ່ຕິດພັນກັບຄູປ້ອງກັນນ້ຳຖ້ວມ ທີ່ມີເຖິງ 7 ແຫ່ງ, ມາໃນປະຈຸບັນການກໍ່ສ້າງພວມດຳເນີນ ຢ່າງຂຸ້ນຂ້ຽວ ແລະ ຄາດວ່າ ໃຫ້ສຳເລັດ ໃນປີ 2018 ( ກາງປີ ຫລື ທ້າຍປີ ຕາມເງື່ອນໄຂສະພາບຄວາມເປັນຈິງ )
ໂຄງການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ເປັນໂຄງການພາຍໃຕ້ຂອບການຮ່ວມມື ອະນຸພາກພື້ນແມ່ນ້ຳຂອງ ( ຈີ ເອັມ ເສັສ ) ເຊິ່ງໂຄງການມີເປົ້າຫມາຍສະຫນັບສະຫນູນລັດຖະບານລາວ ຫລຸດຜ່ອນຜົນກະທົບຈາກໄພພິບັດກ່ຽວກັບນ້ຳຖ້ວມ ແລະ ແຫ້ງແລ້ງ, ເພີ່ມຂິດຄວາມສາມາດທາງດ້ານຂໍ້ມຸນຂ່າວສານ, ຄວາມຮູ້ກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກໄພພິບັດນ້ຳຖ້ວມ ແລະ ແຫ້ງແລ້ງ, ຍົກລະດັບການພັດທະນາພື້ນຖານໂຄງລ່າງ ໃນການຄຸ້ມຄອງແຫລ່ງນ້ຳ ໂດຍການກໍ່ສ້າງຄູປ້ອງກັນນ້ຳຖ້ວມ, ປະຕູລະບາຍນ້ຳ ແລະ ກໍ່ສ້າງລະບົບຊົນລະປະທານ, ລວມທັງວຽກງານສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊຸນ ໃນການຄຸ້ມຄອງໄພພິບັດ ທີ່ອາດຈະເກີດຂື້ນໄດ້ທຸກເວລາ.
Editor: ກຳປານາດ ລັດຖະເຮົ້າ