ໃນວັນທີ 29 ສິງຫາ 2017 ນີ້, ຢູ່ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດຫ້ອງວາງສະແດງສິນຄ້າ ແລະ ຈຳຫນ່າຍສິນຄ້າ ທີ່ເປັນທ່າແຮງ ຂອງ ສປປ ລາວ, ເຊິ່ງພິທີເປີດ ຄັ້ງນີ້ ໃຫ້ກຽດເຂົ້າຮ່ວມມີ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ບັນດາຫົວຫນ້າກົມ, ຮອງກົມ, ຄະນະພະແນກ, ບັນດາຜູ້ຕາງຫນ້າອົງການສາກົນ ໄຈກາ, ແຈດໂຕຣ, ລວມທັງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ບັນດາສະມາຄົມ ແລະ ຫົວຫນ່ວຍທຸລະກິດລາວ ເຂົ້າຮ່ວມ.
ການເປີດຫ້ອງວາງສະແດງ ແລະ ຈຳຫນ່າຍສິນຄ້າທ່າແຮງ ຂອງ ສປປ ລາວ ຄັ້ງນີ້ ເພື່ອເປັນບ່ອນຮຽນຮູ້ແລກປ່ຽນຂໍ້ມູນຂ່າວສານ, ການຕະຫລາດ ແລະ ການເຈລະຈາຫາຄູ່ຄ້າໃນການຊຸກຍູ້ສົ່ງເສີມຜູ້ປະກອບການ ໃຫ້ມີແຮງຊຸກຍູ້ການຜະລິດສິນຄ້າອອກມາຈຳຫນ່າຍ ແລະ ສາມາດຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ທັງພາຍໃນ ແລະ ຕ່າງປະເທດໄດ້, ພ້ອມດ້ວຍກັນນັນ ຍັງເປັນບ່ອນລວບລວມຜະລິດຕະພັນລາວ ທີ່ມີຄວາມໂດດເດັ່ນ ແລະ ມີທ່າແຮງ ໄດ້ນຳມາວາງສະແດງໂຄສະນາ ແລະ ຈຳຫນ່າຍ ເຊັ່ນ: ສິນຄ້າຫນຶ່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໋ອບ) ສິນຄ້າທີ່ເປັນທ່າແຮງຂອງແຕ່ລະແຂວງ ທັງ 18 ແຂວງ ຊື່ງປະກອບດ້ວຍສິນຄ້າ ຫັດຖະກຳຜ້າໄຫມ, ຫັດຖະກຳຜ້າຝ້າຍ, ຫັດຖະກຳເຄື່ອງເງິນ-ເຄື່ອງທອງ, ຫັດຖະກຳແກະສະຫລັກໄມ້, ຫັດຖະກຳຈັກສານ (ຫວາຍ ແລະ ໄມ້ໄຜ່) ສິນູ້າຢາພື້ນເມືອງ, ເຄື່ອງດື່ມເພື່ອສຸຂະພາບ, ອາຫານ ແລະ ເຄື່ອງດື່ມ. ນອກຈາກນັ້ນ ໃນຫ້ອງວາງສະແດງຍັງມີແຜນທີ່ສິນຄ້າ ທີ່ເປັນທ່າແຮງ, ແຜນທີ່ຫົວຫນ່ວຍທຸລະກິດ ຫນຶື່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໋ອບ) ແລະ ຂໍ້ມູນຂ່າວສານຂອງຫົວຫນ່ວຍທຸລະກິດໂອດອບແຫ່ງຊາດ ໄວ້ນຳສະເຫນີ.
ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ສ້າງຄວາມຄາດຫວັງສິນຄ້າລາວ ທີ່ນຳໃຊ້ສີມືແຮງງານ, ພູມເປັນຍາ, ຫົວຄິດປະດິດສ້າງ ແລະ ຊັບພະຍາກອນທ້ອງຖິ່ນ ທີ່ເປັນເອກະລັກໃນແຕ່ລະເມືອງ ຫລື ບ້ານ ທີ່ເປັນມູນເຊື້ອ ແລະ ມໍລະດົກສຶບຕໍ່ກັນມາແຕ່ຍາວນານ ໃຫ້ໄດ້ຮັບການໂຄສະນາ ແລະ ເປັນທີ່ຍອມຮັບຂອງສັງຄົມລາວ ແລະ ຕ່າງປະເທດໃນລະດັບຫນຶ່ງ ແລະ ກ້າວໄປສູ່ການຈັດງານວາງສະແດງສິນຄ້າ ໃນລະດັບພາກພື້ນອາຊຽນ ຮ່ວມກັບຫລາຍປະເທດ ເຊັ່ນ: ຫວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ.
Editor: ກຳປານາດ ລັດຖະເຮົ້າ