ວັນທີ 25 ສິງຫາຜ່ານມາ ບໍລິສັດ ໂຕໂຍຕ້າ ມໍເຕີປະເທດໄທ ໄດ້ນຳສະເໜີລົດໃໝ່ 2 ຮຸ່ນຄື HILUK REVO ແລະ FORTUNER ໃໝ່ທີ່ມາພ້ອມກັບພະລັງງານເຄື່ອງຈັກ GD Efficient Boost ໂດຍເຂົ້າຮ່ວມມີ ທ່ານ ວິຊຽນ ເອມ ປະເສີດສຸກ ປະທານບໍລິຫານສຳນັກງານເຂດພູມີພາກແມ່ນ້ຳຂອງບໍລິສັດ ໂຕໂຍຕ້າມໍເຕີປະເທດໄທ, ມີບັນດາຕົວແທນຈຳໜ່າຍ, ພ້ອມດ້ວຍບັນດາລູກຄ້າ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ວິຊຽນ ເອມປະເສີດສຸກ ໄດ້ກ່າວວ່າ: Toyota Fortuner ແລະ Toyota Hiluk Revo ແມ່ນນະວັດຕະກຳລົດອະເນກປະສົງລະດັບໂລກ ສະມັດຖະນະການ ຂັບຂີ່ປະຢັດນ້ຳມັນທີ່ດີຫຼາຍຂຶ້ນດ້ວຍເຄື່ອງຈັກໃໝ່ GD Efficient Boost ທີ່ມີລັກສະນະການອອກແບທີ່ໂດດເດັ່ນທັນສະ ໄໝ ທັງພາຍໃນ ແລະ ພາຍນອກ ທີ່ເປັນເອກະລັກ ພ້ອມທັງເພີ່ມຄວາມສົມບູນດ້ວຍເຕັກໂນໂລຊີຄວາມປອດໄພມາດຕະຖານລະດັບໂລກ.
ຊຶ່ງເຄື່ອງຈັກໃໝ່ GD Efficient Boost ມີແຮງບິດສູງສຸດ 450 ນິວຕັນແມັດ ຂຶ້ນ 52 ສ່ວນຮ້ອຍ, ຈາກເດີມ ແລະ ກຳລັງຂັບເພີ່ມຂຶ້ນ 47 ສ່ວນຮ້ອຍ, ຄວບຄຸມການໃຊ້ງານທັງໃນການອອກໂຕ ແລະ ເລັ່ງແຊງພ້ອມລະບົບເກຍໂອໂຕແບບ 6 ສະປິດໃໝ່ Super Intelligent ECT ແລະ ລະບົບ IMT ເກຍທຳມະດາອັດສະລິຍະ 6 ສະປິດ ໃຫ້ທຸກການຂັບຂີ່ງ່າຍດາຍລື່ນໄຫຼທຸກຈັງຫວະຄວາມໄວປ່ຽນເກຍໄດ້ແບບບໍ່ມີກະຕຸກ, ເພີ່ມປະສິດທິພາບປະຢັດນ້ຳມັນດ້ວຍການເຜົາໄໝ້ໝົດເຮັດໃຫ້ປະຢັດນ້ຳມັນກວ່າເກົ່າເຖິງ 10 ສ່ວນຮ້ອຍ,
ການອອກແບບທີ່ສະທ້ອນພາບລັກ ແຫ່ງຄວາມມີລະດັບ ດ້ວຍດີຊາຍໃຫມ່ຂອງລົດອະເນກປະສົງແຫ່ງອະນາຄົດກັບຮູບລັກສະນະແຫ່ງຄວາມແຂງແຮງ ແລະ ມີພະລັງ ມີເສັ້ນສາຍທີ່ຫລູຫລາ ທັງພາຍໃນ ແລະ ພາບນອກ. ນອກຈາກນີ້, ໂຕໂຢຕ້າ ຍັງໄດ້ມອບປະສົບການ ການຂັບຂີ່ທີ່ດີໃຫ້ກັບລູກຄ້າ ເພື່ອໃຫ້ເກີດການຮັບຮູ້ສູງສຸດ ໂດຍໄດ້ທົດລອງຂັບໃຫ້ກັບລູກຄ້າທີ່ສົນໃຈໃນການທົດສອບຄວາມແຮງຂອງເຄື່ອງຈັກໃຫມ່ GD Efficient Boost ສຳລັບລູກຄ້າທີ່ຈອງ ແລະ ຊື້ HILUK REVO ແລະ FORTUNER ໃຫມ່ທຸກລຸ້ນ ມື້ນີ້ ຮອດ 31 ຕຸລາ ຮັບທັນທີຊອດອຸປະກອນສຸກເສີນຈາກ ໂຕໂຢຕ້າ.
Editor: ກຳປານາດ ລັດຖະເຮົ້າ