ການປະກວດ ມີສຢູ່ນີເວີສ ລາວ 2017 ( ນາງງາມຈັກກະວານລາວ 2017 ) ໄດ້ຈັດຂື້ນໃນຄ່ຳຄຶນຂອງວັນທີ 26 ສິງຫາ 2017 ນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍມີນາງສາວເຂົ້າປະກວດ ແລະ ຜ່ານການຄັດເລືອກຈາກກອງປະກວດ ເຫລືອພຽງ 10 ຄົນ ສຸດທ້າຍ, ເຊີ່ງການປະກວດໃນເວທີ ເຫລົ່າບັນດານາງສາວງາມ ທັງ 10 ຄົນ ແມ່ນມາໃນຊຸດແຕ່ງກາຍທີ່ທາງກອງປະກວດ ກຳນົດໄວ້. ຫລັງຈາກນັ້ນ ແມ່ນໄດ້ມີການປະກາດ ລາງວັນພິເສດ ຈຳນວນ 4 ລາງວັນ. ເຊັ່ນ: ລາງວັນຂວັນໃຈຊ່າງພາບ, ລາງວັນມິດຕະພາບ.
ຫລັງຈາກນັ້ນ, ບັນດານາງສາວງາມ ມາໃນ ຊຸດລາຕີ ເຊີ່ງມີຄວາມສະຫງ່າງາມ ພ້ອມທັງປະກາດ 5 ຄົນ ທີ່ຜ່ານເຂົ້າຮອບຕອບຄຳຖາມ. ຜ່ານການຕອບຄຳຖາມເປັນທີ່ຮຽບຮ້ອຍແລ້ວ ຈິ່ງໄດ້ປະກາດ ປະກົດວ່າ:
- ຮອງອັນດັບ 4 ໄດ້ແກ່ຫມາຍເລກ MUL 6 ນາງ ມະລີສາ ສີດາຈັນ ໄດ້ຮັບເງິນລາງວັນ 8 ລ້ານກີບ, ພ້ອມດ້ວຍສາຍສະພາຍ.
- ຮອງອັນດັບ 3 ໄດ້ແກ່ຫມາຍເລກ MUL 1 ນາງ ສຸກສະຫວັນ ຫລວງລາດ ໄດ້ຮັບເງິນລາງວັນ 10 ລ້ານກີບ. ພ້ອມດ້ວຍສາຍສະພາບ
- ຮອງອັນດັບ 2 ໄດ້ແກ່ຫມາຍເລກ MUL 5 ນາງ ວາຣິສສາຣາ ຕັງສຸວັນ ໄດ້ຮັບເງິນລາງວັນ 20 ລ້ານກີບ, ພ້ອມດ້ວຍສາຍສະພາຍ.
- ຮອງອັນດັບ 1 ໄດ້ແກ່ຫມາຍເລກ MUL 9 ນາງ ອອນ ອານົງ ຫອມສົມບັດ ໄດ້ຮັບເງິນລາງວັນ 30 ລ້ານກີບ, ພ້ອມດ້ວຍສາຍສະພາຍ.
- ຜູ້ທີ່ໄດ້ເປັນນາງງາມມິສຢູ່ນິເວີສ ລາວ 2017 ແມ່ນຫມາຍເລກ MUL 3 ນາງ ສຸພາພອນ ສົມວິຈິດ ໄດ້ຄອງມົງກຸດເພັດ ມູນຄ່າ 80 ລ້ານກີບ, ເງິນລາງວັນ 100 ລ້ານກີບ, ສາຍສະພາຍ, ພ້ອມດ້ວຍເງິນລາງວັນ ແລະ ສິດທິຕ່າງໆຈາກຜູ້ສະຫນັບສະຫນູນ. ໃຫ້ກຽດຂື້ນມອບເງິນລາງວັນ ໂດຍ ທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
Editor: ກຳປານາດ ລັດຖະເຮົ້າ