ລັດຖະບານເຮົາ ໄດ້ມີຄວາມເຂັ້ມງວດຄວບຄຸມອາຫານປົນເປື້ອນ, ພືດຜັກ ແລະ ໝາກໄມ້ປອດສານພິດ ເພື່ອຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ, ຄຳນຶງເຖິງສຸຂະພາບ ແລະ ສິ່ງພົ້ນເດັ່ນຕ່າງໆກໍໄດ້ປາກົດມີໃຫ້ເຫັນ ນັບແຕ່ເບື້ອງນິຕິກຳ ກໍໄດ້ມີກົດໝາຍຄວບຄຸມສານເຄມີ, ການນຳໃຊ້ຢາຂ້າຫຍ້າ ແລະ ປາບສັດຕູພືດທີ່ຖືກຕ້ອງ, ໄປພ້ອມໆກັບການສົ່ງເສີມໃຫ້ປະຊາຊົນ ເອົາໃຈໃສ່ໃນການປູກພືດຜັກສະອາດ ແລະ ມີຕະຫລາດຈຳໜ່າຍ ສະເພາະຢູ່ 2 ຈຸດໃຫຍ່ໃນນະຄອນຫລວງວຽງຈັນ ຄື: ຢູ່ເດີ່ນສວນສະພັງແລນ ຫນ້າເດີນທາດຫລວງ ແລະ ຢູ່ສວນເຈົ້າຟ້າງຸ່ມ, ນອກຈາກນັ້ນ ຢູ່ໃນບາງຕະຫລາດຕ່າງໆກໍ່ມີ , ສະເພາະຢູ່ທາດຫລວງ ກຸ່ມຂາຍຜັກດັ່ງກ່າວຈະມາເຕົ້າໂຮມກັນຂາຍໃນທຸກໆວັນພຸດ ແລະ ວັນເສົາ ແລະ ສ່ວນຢູ່ສວນເຈົ້າຟ້າງຸ່ມແມ່ນວັນຈັນ ແລະ ວັນພະຫັດ ຂອງທຸກໆທິດ ເຊັ່ນກັນ, ເບິ່ງແລ້ວຜັກສ່ວນຫລາຍຈະເປັນແນວຜັກທຳມະຊາດ ແລະ ພື້ນເມືອງເຮົາ ດັ່ງຜັກກາດຂາວ, ຜັກບົ້ງ, ຜັກຫົມ, ຜັກປັງ, ຜັກຫວານ ແລະ ຜັກບົ່ວ-ຫົວຫອມຊະນິດຕ່າງໆ, ສ່ວນປະເພດໝາກ ກໍຈະເປັນໝາກອຶ, ໝາກເຜັດ, ໝາກເຂືອ, ໝາກບວບ, ໝາກຊູ ແລະ ອື່ນໆ ທີ່ຊາວບ້ານເຮົາປູກໄດ້ງ່າຍ ແລະ ເບິ່ງຄືວ່າຈະປອດສານຜິດແທ້.
ແຕ່ຄຽງຄູ່ກັນນັ້ນ ກໍຍັງມີຊາວຄ້າຂາຍຈຳນວນໜຶ່ງ ທີ່ນຳເອົາຜັກຊະນິດອື່ນ ເຊິ່ງມີຫລາຍຢ່າງອາດຈະບໍ່ແມ່ນປູກຢູ່ປະເທດເຮົາ, ເມື່ອເປັນເຊັ່ນນັ້ນກໍມີຂໍ້ສົງໄສໃຫ້ຜູ້ໄປໃຊ້ບໍລິການ ວ່າ: ຈະແມ່ນຜັກປອດສານພິດແທ້ບໍ່ ? ໃນເມື່ອຍັງບໍ່ເຫັນມີໃບຢັ້ງຢືນ ຫລື ການຄວບຄຸມຂອງໜ່ວຍງານກ່ຽວຂ້ອງໃດໆ. ຖ້າສະພາບດັ່ງກ່າວຫາກປະປ່ອຍແກ່ຍາວໄປ ກໍ່ອາດຈະເຮັດໃຫ້ຕະຫລາດຜັກປອດສານພິດນີ້ຈະບໍ່ສາມາດຄົງຕົວຢູ່ກໍເປັນໄດ້. ຜ່ານມາຈະມີຜູ້ກວດກາ ຫລື ຄຸ້ມຄອງແນວໃດກໍຕາມ, ຂໍຢາກໃຫ້ພາກສ່ວນກ່ຽວຂ້ອງອອກໃບຢັ້ງຢືນທີ່ແທ້ຈິງໃຫ້ແກ່ຊາວຄ້າຂາຍດັ່ງກ່າວ ເພື່ອສ້າງຄວາມປະທັບໃຈ ແລະ ແນ່ໃຈໃຫ້ແກ່ຜູ້ບໍລິໂພກໄດ້ຢ່າງແທ້ຈິງ.
Editor: ກຳປານາດ ລັດຖະເຮົ້າ