ນັບວ່າເປັນຂ່າວດີ, ສຳລັບແຮງງານລາວທີ່ເຮັດວຽກບໍ່ຖືກກົດໝາຍຢູ່ໄທ 70 ພັນກວ່າຄົນ ຈະໄດ້ຮັບການປັບສະຖານະການອອກແຮງງານໃຫ້ຖືກກົດໝາຍ ເຊິ່ງຈະເລີ່ມຕົ້ນນັບແຕ່ວັນທີ 28 ສິງຫາ 2017 ນີ້ໄປຈົນເຖິງ ວັນທີ 16 ມັງກອນ 2018 ສະຖານທີ່ ຊັ້ນ 3 ຂອງຕຶກ IT Square ເຂດຫຼັກ 4 ກຸງເທບ.
ທ່ານ ພົງສະຫວັນ ໄຊໂກສີ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດ ດີການ-ສັງຄົມ (ຮສສ) ໄດ້ລາຍງານກ່ຽວກັບແຜນຂອງຄະນະປະຕິບັດງານໜ່ວຍງານ ປັບສະຖານະພາບ ແຮງງານລາວ ທີ່ເຮັດວຽກຢູ່ປະເທດໄທ ແບບບໍ່ຖືກຕ້ອງ ວ່າ: ມາຮອດປັດຈຸບັນ ຄະນະປະຕິບັດງານ ໄດ້ອອກເດີນທາງໄປກຸງເທບ ປະເທດໄທ ເປັນທີ່ຮຽບຮ້ອຍແລ້ວ ຄະນະດັ່ງກ່າວມີຈຳນວນ 32 ທ່ານ, ໃນນີ້ເປັນພະນັກງານລັດ 18 ທ່ານ ແລະ ອີກສ່ວນໜຶ່ງແມ່ນພະນັກງານ ທີ່ມາຈາກ 3 ບໍລິສັດ ຄື: ບໍລິສັດ ບົວສະຫວັນຈັດຫາງານ, ບໍລິສັດ ໄຊຍາ ຈັດຫາງານ ແລະ ບໍລິສັດ ວຽງຈັນ ຈັດຫາງານ ຈຳນວນ 14 ທ່ານ, ເພື່ອປະກອບສ່ວນເຮັດວຽກໃຫ້ບໍລິການ ໜ່ວຍງານປັບສະຖາພາບແຮງງານລາວ.
ສຳລັບສະຖານທີ່ ທີ່ແຮງງານລາວ ສາມາດມາປັບສະຖານະແຮງງານໃຫ້ຖືກຕ້ອງ ແມ່ນຕັ້ງຢູ່ ຊັ້ນ 3 ຂອງຕຶກ IT Square ເຂດຫຼັກ 4 ກຸງເທບ ເຊີ່ງເປີດບໍລິການວັນຈັນ ຮອດວັນເສົາ ເວລາ 8:00 – 17:00ໂມງ. ນອກຈາກນີ້, ທ່ານ ຮອງຫົວໜ້າກົມ ຄຸ້ມຄອງແຮງງານ ຍັງໄດ້ກ່າວວ່າ: ສຳລັບກົນໄກໃນການປະຕິບັດ ມີຄື:
ຂັ້ນຕອນທີ 1 ປະກອບຂໍ້ມູນຂອງແຮງງານໃສ່ແບບຟອມ ທີ່ທາງການລາວອອກໄວ້ ແລະ ຖ່າຍຮູບລົງຄອມພິວເຕີ ແລະ ຕິດຮູບໃສ່ແບບຟອມສຳພາດ;
ຂັ້ນຕອນທີ 2 ສຳພາດແຮງງານເພື່ອພິສູດຄວາມເປັນພົນລະເມືອງລາວ;
ຂັ້ນຕອນທີ 3 ເກັບຄ່າທຳນຽມ ແລະ ຄ່າບໍລິການ ຈຳນວນ 2,000 ບາດ ຫຼື ປະມານ 500.000 ກີບ, ຖ້າມີຜູ້ຕິດຕາມແມ່ນ 400 ບາດຕໍ່ຄົນ ຫຼື ປະມານ 100,000 ກີບຕໍ່ຄົນ;
ຂັ້ນຕອນທີ 4 ພິມຂໍ້ມູນຂອງແຮງງານລົງເຄື່ອງຄອມພິວເຕີ ແລະ ພິມບັດຊີໄອ ແລະ ບັດແຮງງານອອກ; ຂັ້ນຕອນທີ 5 ລົງລາຍເຊັນໃສ່ບັັດຊິໄອ ແລະ ບັດແຮງງານ; ຂັ້ນຕອນທີ 6 ລິດບັດຊີໄອ
ຂັ້ນຕອນທີ 7 ແຈກບັດຊີໄອ ແລະ ບັດແຮງງານ ໃຫ້ຜູ້ອອກບັດແຮງງານເພື່ອດຳເນີນການຕໍ່ໄປ.
ສຳລັບແຮງງານລາວທີ່ເຮັດວຽກຢູ່ປະເທດໄທ ຕາມເອກະສານເກັບກຳຂໍ້ມູນ ທີ່ເປັນເປົ້າໝາຍ ໃນການປັບສະຖານະພາບຢູ່ຕາມແຂວງຕ່າງໆຂອງໄທ ລວມມີຈຳນວນທັງໝົດ ປະມານ 70 ພັນກວ່າຄົນ. ຢ່າລືມ ນັບແຕ່ວັນທີ 28 ສິງຫາ 2017 ນີ້ໄປຈົນເຖິງ ວັນທີ 16 ມັງກອນ 2018 ສະຖານທີ່ ຊັ້ນ 3 ຂອງຕຶກ IT Square ເຂດຫຼັກ 4 ກຸງເທບ.
Editor: ກຳປານາດ ລັດຖະເຮົ້າ