ໃນວັນທີ່ 24 ສິງຫາ 2017 ຜ່ານນີ້, ຢູ່ທີ່ ສຳນັກງານປົກຄອງ ເມືອງວັງວຽງ ແຂວງວຽງຈັນ. ບໍລິສັດ ວິສາຫະກິດ ລາວໂທລະຄົມມະນາຄົມ ສາຂາແຂວງວຽງຈັນ ໄດ້ມອບຄອມພິວເຕີ 2 ຊຸດໃຫ້ກັບເມືອງວັງວຽງ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆວັງວຽງ, ມີ ທ່ານ ສີນໄຊ ຈັນທະວົງ ຜູ້ອຳນວຍການບໍລິສັດວິສາຫະກິດລາວໂທ ລະຄົມມະນາຄົມ ສາຂາແຂວງວຽງຈັນ. ມີຫົວຫນ້າສູນບໍລິການລາວໂທລະຄົມສາຂາເມືອງວັງວຽງ, ຮອງຫົວຫນ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ-ພະນັກງານເຂົ້າຮ່ວມ.
ຈຸດປະສົ່ງ: ເພື່ອເປັນການຫັດແໜ້ນຄວາມສາມັກຄີ ລະຫວ່າງ ບໍລິສັດວິສາຫະກິດລາວໂທລະຄົມມະນາຄົມ ສາຂາແຂວງວຽງຈັນ ກັບ ເມືອງວັງວຽງ ແລະ ເພື່ອເປັນການຕອບສະໜອງອຸປະກອນໄອທີ ປະເພດຄອມພິວເຕີ, ທີ່ມີຄວາມຈຳເປັນຊົມໃຊ້ໃນຫ້ອງການຂອງເມືອງ. ເຄື່ອງທີ່ນຳມາມອບ ໃນຄັ້ງນີ້, ມີຄອມພິວເຕີຕັ້ງໂຕະ 2 ຊຸດ, ປິ່ນເຕີ 2 ເຄື່ອງ ລວມມູນຄ່າປະມານທັງມົດ 13 ລ້ານກີບ. ໃຫ້ກຽດກ່າວມອບໂດຍ ທ່ານ ສີນໄຊ ຈັນທະວົງ ຜູ້ອຳນວຍການບໍລິສັດວິສາຫະກິດລາວໂທລະຄົມມະນາຄົມ ສາຂາແຂວງວຽງຈັນ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆວັງວຽງ ໂດຍສ່ອງໜ້າບັນດາພະນັກງານທັງ 2 ຝ່າຍເປັນສັກຂີພະຍານ.
Editor: ກຳປານາດ ລັດຖະເຮົ້າ