ໃນວັນທີ 9 ສິງຫາ 2017, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈໍາປາສັກ ເຂົ້າກັກຕົວຜູ້ຖືກຫາຄ້າຂາຍຢາເສບຕິດ ( ຢາບ້າ ) ຢູ່ເຂດບ້ານຫວ້ຍຍາງຄຳ, ເມືອງປາກເຊ, ແຂວງຈຳປາສັກ; ເບື້ິອງຕົ້ນ ຈັບຕົວຜູ້ຖືກຫາໄດ້ 2 ຄົນ, ຈາກນັ້ນ ຈຶ່ງຂະຫຍາຍຜົນ ຕາມຈັບໄດ້ເພີ່ມອີກ 8 ຄົນ.
ເຈົ້າໜ້າທີ່ລາຍງານວ່າ: ໃນ 29 ກໍລະກົດ 2017 ທີ່ຜ່ານມາ, ໄດ້ສືບຮູ້ວ່າ: ກຸ່ມຄົນຈໍານວນໜຶ່ງໄດ້ນໍາໃຊ້ເຮືອນພັກເປັນບ່ອນຄ້າຂາຍຢາເສບຕິດ ຢູ່ເຂດເມືອງບາຈຽງ, ແຂວງຈໍາປາ ສັກ. ຈາກນັ້ນ, ຈຶ່ງປະສານສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງ ມ້າງຄະດີດັ່ງກ່າວ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ຄື: ທ້າວ ປ້ອງ ຫຼື ສົມສັກ ອາຍຸ 48 ປີ, ບ້ານທົ່ງກວ້າງ, ເມືອງໂພນທອງ, ແຂວງຈຳປາສັກ ແລະ ນາງ ເດືອນເພັນ ຫຼື ເດືອນ ອາຍຸ 30 ປີ ຢູ່ບ້ານຫົວແຊ, ເມືອງບາຈຽງ, ແຂວງຈຳປາສັກ ພ້ອມຂອງກາງຢາບ້າ 600 ເມັດ. ຈາກນັ້ນ, ຈຶ່ງສືບສວນຂະຫຍາຍຜົນ, ຜູ້ຖືກຫາໄດ້ຊັດທອດເຖິງຜູ້ຮ່ວມຂະບວນການອີກ 3 ຄົນ ຄື: ທ້າວ ພູໄທ ອາຍຸ 55 ປີ ບ້ານອອກເມືອງ, ທ້າວ ສີ ອາຍຸ 57 ປີ ບ້ານສຸລະ ແລະ ທ້າວ ໂຄລົບ ອາຍຸ 44 ປີ ບ້ານບຸງຄ້າ, ທັງສາມຄົນຢູ່ເມືອງຊະນະສົມບູນ, ແຂວງຈຳປາສັກ. ພ້ອມຂອງກາງຢາບ້າຈຳນວນ 9 ມັດ ກັບ 6 ຖົງ ເທົ່າກັບ 19.200 ເມັດ.
ເຈົ້າໜ້າທີ່ໄດ້ນໍາຕົວຜູ້ຕ້ອງຫາທັງໝົດໄປສືບສວນ-ສອບສວນ, ເຊິ່ງຜູ້ຕ້ອງຫາໄດ້ຊັດທອດຫາຜູ້ຮ່ວມຂະບວນການອີກ 6 ຄົນ, ເຈົ້າໜ້າທີ່ຈຶ່ງນຳກຳລັງເຂົ້າຈັບກຸມຜູ້ຖືກຫາໄດ້ເພີ່ມອີກ 5 ຄົນຄື: ທ້າວ ຈັນທອນ ອາຍຸ 31 ປີ, ທ້າວ ພອນສະຫວັນ ອາຍຸ 19 ປີ, ທ້າວ ບິຈອດ ອາຍຸ 17 ປີ ທັງ 3 ຄົນຢູ່ບ້ານໃໝ່ສີສຳພັນ, ນາງ ເດືອນເພັນ ອາຍຸ 18 ປີ ແລະ ທ້າວ ວໍລະຈິດ ອາຍຸ 17 ປີ ທັງສອງຢູ່ບ້ານສຸລະ. ເຊິ່ງທັງໝົດຢູ່ ເມືອງຊະນະສົມບູນ, ແຂວງຈຳປາສັກ ແລະ ອີກ 1 ຄົນຄື ນາງ ສີສຸກຈັນ ແມ່ນໄດ້ເອົາຕົວຫຼົບໜີ. ຈາກນັ້ນ, ກໍໄດ້ກວດຄົ້ນເຮືອນຂອງ ທ້າວ ຈັນທອນ ຜົວຂອງນາງ ສີສຸກຈັນ ພົບເຫັນເຄື່ອງຂອງກາງຢາບ້າຈຳນວນ 9 ມັດ ເທົ່າກັບ 18.000 ເມັດ ຊຸກເຊື່ອງໄວ້ໃນສາງມ້ຽນເຄື່ອງ.
ຈາກການປະຕິບັດການມ້າງຂະບວນຄ້າຂາຍຢາເສບຕິດຄັ້ງນີ້, ເຈົ້າໜ້າທີ່ສາມາດຈັບ ກຸມຜູ້ຖືກຫາທັງໝົດ 10 ຄົນ ພ້ອມຂອງກາງປະເພດຢາບ້ານຈໍານວນ 37.800 ເມັດ, ເຈົ້າໜ້າທີ່ກໍາລັງເກັບກໍາຂໍ້ມູນຢ່າງລະອຽດ ແລະ ຕິດຕາມຈັບກຸມຕົວຜູ້ທີ່ຫຼົບໜີມາ ດໍາເນີນຄະດີຕາມລະບຽບກົດໝາຍ.
ຂອບໃຈຂໍ້ມູນຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ