ວັນທີ 26 ມິຖຸນາ 2017, ເຈົ້າທີ່ ປກສ ເມືອງໂພນໂຮງ, ແຂວງວຽງຈັນ ໄດ້ເຂົ້າກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ຊື່ນາງ ລັດສະໝີ ອາຍຸ 24 ປີ ຢູ່ບ້ານນາຊູ, ເມືອງໂພນໂຮງ, ແຂວງວຽງຈັນ ພ້ອມຢາໄອສ໌ ຈຳນວນ 2 ຖົງ.
ຜ່ານການສອບສ່ວນ ນາງ ລັດສະໝີ ສາລະພາບວ່າ: ຜູ້ກ່ຽວໄດ້ເລີ່ມເຄື່ອນ ໄຫວຄ້າຂາຍຢາບ້າ ແຕ່ປີ 2015. ຢາບ້າທີ່ນໍາໄປຂາຍແມ່ນຊື້ນຳຊາຍບໍ່ຮູ້ຊື່ຢູ່ເຂດບ້ານໂພນໝີ ຈໍານວນຫຼາຍຄັ້ງ, ຄັ້ງລະ 50-100 ເມັດ ແລະ ຊື້ຢາໄອສ໌ ເທື່ອລະ 2 ຖົງ ເມື່ອໄດ້ຢາມາແລ້ວ ກໍນຳໄປຂາຍໃຫ້ກັບ ກຸ່ມໄວລຸ້ນ ທີ່ມົ້ວສຸມເສບຢາຢູ່ພາຍໃນບ້ານ ແລະ ບ້ານໃກ້ຄຽງ.
ມາຮອດວັນທີ 26 ມິຖຸນາ 2017, ກໍຖືກເຈົ້າໜ້າທີ່ ປກສ ເຂົ້າກັກຕົວ ພ້ອມຂອງກາງຢາໄອສ໌ ຈຳນວນ 2 ຖົງ ທີ່ຊຸກເຊື່ອງໄວ້ໃນກ້ອງເບາະລົດຈັກ. ປັດຈຸບັນ, ເຈົ້າໜ້າທີ່ໄດ້ກັກຂັງຜູ້ກ່ຽວຢູ່ໃນຄ້າຍຄຸມຂັງດັດສ້າງ ເພື່ອກຽມປະກອບສຳນວນຄະດີສົ່ງໃຫ້ສານຕັດສິນຕາມກົດໝາຍ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ