ປະຈຸບັນ, ຕາມເສັ້ນທາງສາຍຫຼັກ ໂດຍສະເພາະແມ່ນເຂດໜອງແຕ່ງ-ໜອງບຶກ ເຂົ້າມາໃນຕົວເມືອງ ແລະ ອອກສູ່ພາກເໜືອ ຍັງພົບກັບບັນຫາລົດຕູ້ຕາມສາຍທາງທີ່ບໍ່ມີຄິວຖຶກຕ້ອງລະບຽບ ຊຶ່ງສົ່ງຜົນກະທົບຕໍ່ລົດທີ່ມີໃບຂື້ນທະບຽນເຂົ້າຄິວຢ່າງຖືກຕ້ອງ ເຊິ່ງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ກໍາລັງຈະປຶກສາຫາລືກັບພາກສ່ວນທີ່ດຳເນີນທຸລະກິດໃນຂົງເຂດດັ່ງກ່າວເພື່ອຄວາມເປັນເອກະພາບກັນ.
ຂະນະທີ່ທ່ານ ນາງ ຈິດປະສົງ ຫລວງເດດມີໄຊ, ອຳນວຍການສະຖານີຂົນສົ່ງໂດຍສານສາຍເຫນືອພາຍໃນ ແລະ ສາຍຕ່າງປະເທດ ກ່າວວ່າ: ລົດຕູ້ທີ່ແລ່ນຕາມສາຍທາງ ທີ່ບໍ່ມີການຂື້ນໃບທະບຽນຖືກຕ້ອງ ປະຈຸບັນ, ມີທ່າອ່ຽງເພີ່ມຂຶ້ນ ສົ່ງຜົນກະທົບຕໍ່ລົດທີ່ມີການຂື້ນທະບຽນຖືກຕ້ອງ ແລະ ເສຍອາກອນຢ່າງຖືກຕ້ອງຢູ່ຕາມຄິວ. ລົດຕູ້ເຖື່ອນທີ່ບໍ່ຂຶ້ນທະບຽນແມ່ນຈະບໍ່ເຂົ້າໃນຄິວ ຊຶ່ງຈະລັດຢູ່ຕາມເສັ້ນທາງສຳຄັນ ເພື່ອບໍລິການຜູ້ໂດຍສານເຮັດໃຫ້ຜູ້ໂດຍສານບໍ່ເຂົ້າເຖິງຄິວ ບາງຄັ້ງເຮັດໃຫ້ລົດຕູ້ທີ່ໄດ້ເວລາອອກຈາກຄິວ ຕ້ອງແລ່ນອອກແບບບໍ່ມີຜູ້ໂດຍສານຢູ່ໃນລົດຈັກຄົນ.
ຕໍ່ບັນຫາດັ່ງກ່າວ ໄລຍະຜ່ານມາເຈົ້າໜ້າທີ່ໄດ້ມີການລົງໄປກວດສອບ ແລະ ພົບເຫັນກໍ່ໄດ້ມີການຕັກເຕືອນ ແຕ່ປະຈຸບັນເລີ່ມກັບຄືນມາມີທ່າທີຈະຫຼາຍກວ່າເກົ່າ. ຊຶ່ງໃນໄວໆນີ້ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ກຳລັງຈະຫາລືກັບຜູ້ປະກອບການທີ່ກ່ຽວຂ້ອງໃນການແກ້ໄຂ ຊຶ່ງອາດຈະມີການຕິດສະຕິກເກີທີ່ເປັນສັນຍາລັກໃສ່ລົດ ເພື່ອໃຫ້ຜູ້ໂດຍສານຈື່ໄດ້ງ່າຍ ແລະ ກໍ່ຂໍຮຽກຮ້ອງມາຍັງຜູ້ໂດຍສານໃຫ້ຄວາມຮ່ວມມື ຈິ່ງຈະເຮັດໃຫ້ທ່ານປອດໄພໃນການເດີນທາງ ເພາະທາງສະຖານີເຮົາ ມີນັກຂັບທີ່ມີປະສົບການຊຳນານເສັ້ນທາງ ເວລາຫຼົງລືມເຄື່ອງຂອງໄວ້ໃນລົດ ທາງຄິວກໍ່ຍັງສາມາດກວດສອບໄດ້.
ມີສຽງສຳພາດທ່ານນາງ ຈິດປະສົງ ຫລວງເດດມີໄຊ, ອຳນວຍການສະຖານີຂົນສົ່ງໂດຍສານສາຍເຫນືອພາຍໃນ ແລະ ສາຍຕ່າງປະເທດ ມາໃຫ້ຮັບຟັງເພີ່ມຕື່ມ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ