ອີງຕາມຂໍ້ມູນຈາກພະແນກອຸດ ສາຫະກໍາ ແລະ ການຄ້າ ແຂວງຫົວພັນໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີຜ່ານມາມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາປະຕິບັດໄດ້ 171,98 ຕື້ກີບ ໃນນີ້: ອຸດສາຫະກໍາປຸງແຕ່ງມູນຄ່າ 339,11 ຕື້ກີບ ແລະ ຫັດຖະກໍາ 132,87 ຕື້ກີບ, ສາມາດສົ່ງອອກ ນໍາເຂົ້າສິນຄ້າໄດ້ທັງໝົດ 3,63 ລ້ານໂດລາ ໃນນັ້ນມູນຄ່າສົ່ງອອກປະຕິບັດໄດ້ 1,34 ລ້ານ ໂດລາສະຫະລັດ, ໂດຍສິນຄ້າສົ່ງອອກສ່ວນໃຫຍ່ແມ່ນ ແຮ່ກົ່ວເຂັ້ມຂຸ້ນ, ຜະລິດຕະພັນໄມ້, ເຄື່ອງປ່າຂອງດົງ ແລະ ຜົນຜະລິດກະສິກຳເປັນຕົ້ນ. ສ່ວນມູນຄ່າການນໍາເຂົ້າສິນຄ້າປະຕິບັດໄດ້ 2,29 ລ້ານໂດລາສະຫະລັດ ສິນຄ້ານໍາເຂົ້າຕົ້ນຕໍແມ່ນນໍ້າມັນເຊື້ອໄຟ, ວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ສອຍປະຈຳວັນ.
ນອກນີ້ ຍັງມີມູນຄ່າການເກັບຊື້ 103,91 ຕື້ກີບ, ມູນຄ່າຈໍລະຈອນ ຂາຍຍ່ອຍ 261,24 ຕື້ກີບ ແລະ ມູນຄ່າຂາຍຍົກ 36,10 ຕື້ກີບ ພ້ອມດຽວກັນນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າເປັນຕົ້ນແມ່ນການສົ່ງເສີມສິນຄ້າພູມປັນຍາທ້ອງຖິ່ນໂອດ໋ອບ ໂດຍຕິດພັນກັບການປຸກລະດົມຜູ້ປະກອບການເຂົ້າຮ່ວມງານວາງສະແດງ ແລະ ຂາຍເຄື່ອງຕ່າງໆໃນງານທັງພາຍໃນ ແລະ ຕ່າງປະເທດ ຊຶ່ງໃນ 6 ເດືອນຜ່ານມາໄດ້ປຸກລະດົມບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບແຫ່ງຊາດທົ່ວປະເທດ ໄດ້ 2 ຄັ້ງ 60 ຫົວໜ່ວຍ, ເມືອງໄດ້ 22 ຄັ້ງ.
ແນວໃດກໍຕາມ ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານອຸດສາຫະກຳ ແລະ ຫັດຖະກຳໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ແຂວງຫົວພັນ ຍັງຕັ້ງເປົ້າໝາຍພັດທະນາຂະແໜງການດັ່ງກ່າວ ຊຶ່ງໃນ 6 ເດືອນທ້າຍປີ 2017 ແມ່ນຈະສຸມໃສ່ ການພັດທະນາເປັນລະບົບຕ່ອງໂສ້, ສືບຕໍ່ປັບປຸງວຽກງານດັ່ງກ່າວໃຫ້ເຂັ້ມແຂງ, ສົ່ງເສີມບັນດາກຸ່ມການຜະລິດຫັດຖະກຳໃຫ້ເປັນຂະບວນຟົດຟື້ນ ແລະ ສົມທົບກັບຂະແໜງການກ່ຽວຂ້ອງເພື່ອປຸກລະດົມໃຫ້ມະຫາຊົນຫັນມາຊົມໃຊ້ຜະລິດຫັດຖະກຳທີ່ເປັນມູນເຊື້ອ ແລະ ທ່າແຮງຂອງແຂວງເປັນຕົ້ນ: ສິນຄ້າຫັດຖະກໍາຜ້າແພໄໝມ້ອນ, ຈັກສານ, ເຄາະຈອດ ແລະ ເຟີນີເຈີ ຂອງຊາວແຂວງຫົວພັນໃຫ້ຫຼາຍຂຶ້ນ, ທັງເປັນການອະນຸຮັກສາເອກະລັກຂອງແຂວງໄວ້ໃຫ້ຍືນຍົງ.
ພ້ອມກັນນີ້ ຈະປຸກລະດົມຊຸກຍູ້ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນເຂດນິຄົມອຸດສາຫະກຳທີ່ເປັນບຸລິມະສິດຂອງແຂວງ ໂດຍສະເພາະແມ່ນໂຮງງານຊີມັງ, ໂຮງງານປັ້ນຫຼໍ່ແບບທັນສະໄໝ, ໂຮງງານປຸງແຕ່ງຜົນຜະລິດກະສິກຳ ແລະ ອື່ນໆ ພ້ອມທັງ ຫາວິທີແກ້ໄຂການເອົາລັດເອົາປຽບລະຫວ່າງພໍ່ຄ້າມືກາງກັບປະຊາຊົນຜູ້ຜະລິດນໍາອີກ.
Editor: ຕະວັນ ແສງສະຫວັນ