ທ່ານ ປອ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວຊາດ, ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ໃນລະຫວ່າງວັນທີ 23-24 ສິງຫາ ຜ່ານມານີ້, ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກ ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະ.
ຊຶ່ງທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ໂອ້ລົມ ແລະ ໄດ້ເນັ້ນໜັກໃຫ້ແກ່ການນຳທຸກຂັ້ນຂອງແຂວງ ໃນການກະຕຸກຊຸກຍູ້ເສດຖະກິດ, ການພັດທະນາບ້ານເມືອງ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ໃນນັ້ນທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ໝາກຜົນ ຜົນງານທີ່ຄະນະນຳທຸກຂັ້ນ, ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ຍາດມາໄດ້ແຫ່ງການສ້າງສາພັດທະນາບ້ານເມືອງໃຫ້ມີຄວາມຈະເລີນດີຂຶ້ນເປັນກ້າວໆ. ຄຽງຄູ່ກັນນັ້ນຕ້ອງໄດ້ສ້າງອາຊີບທີ່ຖາວອນ, ລາຍໄດ້ທີ່ໝັ້ນຄົງໃຫ້ແກ່ປະຊາຊົນໃນການຜະລິດກະສິກຳເປັນສິນຄ້າ, ຊອກທ່າແຮງບົ່ມຊ້ອນຕ່າງໆທີ່ມີທີ່ຈະເຮັດໃຫ້ປະຊາຊົນມີລາຍໄດ້ທີ່ໝັ້ນຄົງ ແລະ ເປັນຈຸດໜື່ງທີ່ຈະແກ້ໄຂບັນຫາຄວາມທຸກຍາກ. ສົ່ງເສີມໃນດ້ານການຜະລິດແລ້ວ, ຕ້ອງສົ່ງເສີມໃນດ້ານລາຍຮັບຂອງປະຊາຊົນ ເປັນຕົ້ນ: ຕ້ອງນຳພາເຮັດໃຫ້ຄອບຄົວ, ບ້ານມີແບບແຜນໃນການນຳໃຊ້ທຶນ, ແຜນໃຊ້ຈ່າຍໃຫ້ຖືກຕ້ອງ ແລະ ເໝາະສົມ, ທັງສົ່ງເສີມນຳໃຊ້ທຶນເພື່ອໝູນວຽນໃຫ້ກັບການສ້າງເສດຖະກິດຄອບຄົວໃນຫຼາຍໆດ້ານ, ເພື່ອແກ້ໄຂໃຫ້ຖືກທິດທີ່ຍືນຍົງ. ສໍາລັບ ການພັດທະນາເສດຖະກິດແຂວງ ຕ້ອງອິງໃສ່ທ່າແຮງບົ່ມຊ້ອນຂອງທ້ອງຖີ່ນ, ນອກຈາກການຜະລິດກະສິກຳເປັນສິນຄ້າແລ້ວ, ຕ້ອງເບີ່ງທ່າ ແຮງຫຼາຍດ້ານ: ໂດຍສະເພາະແຂວງສາລະວັນ ມີຄວາມອຸດົມສົມບູນໄປດ້ວຍຊັບໃນດິນ, ສິນໃນນ້ຳເປັນຕົ້ນ: ມີປ່າໄມ້ສວຍງາມ, ມີວັດນະທະຂອງຊົນເຜົ່າ, ປະຫວັດສາດຕິດພັນກັບການເຄື່ອນໄຫວ, ຂຸດຄົ້ນດ້ານການທ່ອງທ່ຽວປະຫວັດສາດ, ທຳມະຊາດ, ດຶງດູດນັກທ່ອງທ່ຽວ ທີ່ສາມາດກະຕຸ້ນເສດຖະກິດຂອງແຂວງ ແລະ ລາຍໄດ້ໃຫ້ແກ່ພົນລະເມືອງທ້ອງຖີ່ນ, ເອົາໃຈໃສ່ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງຂອງຊາວໜຸ່ມ, ແມ່ຍິງ, ປັບປຸງໃຫ້ເປັນຮູບປະທຳຂຶ້ນກວ່າເກົ່າເປັນຕົ້ນ: ການຕ່ຳຫູກທໍໄໝ ແລະ ອື່ນໆ ທີ່ເປັນເອກະລັກຂອງແຂວງ, ໃຫ້ເປັນກິດຈະກຳຂອງທ້ອງຖີ່ນ, ສົ່ງເສີມລາຍໄດ້ຂອງຄອບຄົວ, ເປັນກຳລັງສຳຄັນໃນຊ່ວຍພັດທະນາແຂວງ. ບໍລິການ, ແປງລົດ, ຮ້ານອາຫານ ແລະ ຜະລິດສິນຄ້າໃຫ້ຕິດພັນກັບການປຸ່ງແຕ່ງຫຼາຍຂຶ້ນ: ປະເພດອາຫານ, ຫຼາຍຜະລິດຕະພັນທີ່ຂຶ້ນຊື່ລົດຊາດເປັນເອກະລັກຂອງແຂວງ ເຊັ່ນ: ປີງໄກ່ນາປົ່ງ, ເຫຼົ້າເມືອງຄົງ ທີ່ເປັນຜະລິດຕະພັນສ້າງລາຍໄດ້ທີ່ໝັ້ນຄົງໃຫ້ກັບປະຊາຊົນ .
ນອນນັ້ນ, ທ່ານຍັງໄດ້ຮຽກຮ້ອງຄະນະນຳຂັ້ນແຂວງ, ທຸກຂັ້ນ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສາມັກຄີ ລະຫວ່າງ ປະຊາຊົນກັບຄະນະພັກ, ອົງການປົກຄອງ, ກຳແໜ້ນຫຼັກການລວມສູນປະຊາທິປະໄຕ, ຄວາມສາມັກຄີເປັນເອກະພາບ ແລະ ໃກ້ຊິດຕິດແທດປະຊາຊົນຫຼາຍຂຶ້ນ, ຮຽນຮູ້ຄວາມຄິດປະຊາຊົນ, ເຮັດວຽກໄປຕາມທິດຂອງປະຊາຊົນ, ເອົາຄວາມຄິດປະຊາຊົນແຍງເບີ່ງໃນການຈັດຕັ້ງປະຕິບັດວຽກງານ ແລະ ໃຫ້ປະຊາຊົນມີສ່ວນຮ່ວມຫຼາຍຂຶ້ນໃນທຸກວຽກງານການພັດທະນາ ແລະ ເນັ້ນໃຫ້ອົງການພຸດທະສາສະໜາແຂວງ ກໍຄືພະເຖລະນຸເຖລະເຕົ້າໂຮມຄວາມສາມັກຄີຂອງອອກຕົນຍາດໂຍມ, ທັງເປັນອົງການປຸກລະດົມຂົນຂວາຍປະຊາຊົນ ປະກອບສ້າງສ້າງຫົນທາງ, ສ້າງສຸກສາລາ, ສ້າງໂຮງຮຽນ ເປັນແບບເປັນຢ່າງມູນເຊື້ອທີ່ດີໃນການນຳພາພໍ່ແມ່ປະຊາຊົນ ໄປຕາມແນວທາງຂອງພັກ-ລັດ ຮ່ວມກັນອີກດ້ວຍ.
Editor: ຕະວັນ ແສງສະຫວັນ